ວັນທີ 7 ທັນວາ, ພິທີຕ້ອນຮັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ໄດ້ດໍາເນີນຢ່າງສົມກຽດຢູ່ສໍານັກງານປະທານປະເທດ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໄດ້ດໍາເນີນການພົບປະເຈລະຈາກັບທ່ານ Samdech Techo Hun Sen. ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນກວ່າອີກ ເພື່ອແນໃສ່ປົກປັກຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດໄວ້ໃຫ້ຢ່າງໝັ້ນຄົງ; ສົມທົບກັນແໜ້ນແຟ້ນໃນການຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາກັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ. ພາບ: ຈ້ອງຫາຍ.

ການນໍາສອງທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ, ບໍາລຸງສ້າງ, ຍົກສູງກໍາລັງຄວາມສາມາດ, ຮ່ວມມືດ້ານກະສິກໍາ-ປ່າໄມ້ ແລະສິນໃນນໍ້າ, ວັດທະນະທໍາ-ສິລະປະ ແລະການພົບປະແລກປ່ຽນປະຊາຊົນ.

ກ່ຽວກັບບັນຫາພາກພື້ນ ແລະສາກົນ, ການນໍາສອງທ່ານເຫັນດີກ່ຽວກັບຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ພາກພື້ນ; ຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ສືບຕໍ່ກໍ່ສ້າງ ແລະພັດທະນາປະຊາຄົມອາຊຽນ, ຮັກສາຫຼັກການຂອງອາຊຽນ, ປັບປຸງຄວາມສາມັກຄີ, ຍົກສູງຄວາມເຂັ້ມແຂງດ້ວຍຕົນເອງ ແລະເຊີດຊູບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການຮ່ວມມືເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ແລະອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ຈ້ອງຫາຍ.

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 5 ສະບັບ.

ໂດຍ: ທູຈາງ