ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານ Dmitry Medvedev ທີ່ຫ້ອງວ່າການລັດຖະບານ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຫງວຽນຕ໋ວນ.

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາໂຄງການຮ່ວມມືໃນບັນດາຂົງເຂດ ຄື: ພະລັງງານ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ, ກະສິກຳ, ຂໍ້ມູນຂ່າວສານ, ເຕັກໂນໂລຢີດີຈີຕອນ, ລັດຖະບານເອເລັກໂຕນິກ; ຢືນຢັນວ່າຈະຕັດສິນໃຈຜັນຂະຫຍາຍໂຄງການສູນວິທະຍາສາດເຕັກໂນໂລຢີນິວເຄຼຍ ຢູ່ຫວຽດນາມ ດ້ວຍມູນຄ່າ 350 ລ້ານໂດລາສະຫະລັດ; ຊົມເຊີຍການ ຮ່ວມມືພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະທາງລົດໄຟຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Dmitry Medvedev ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ. ພາບ: ຫງວຽນຕ໋ວນ.

ທ່ານ ຫງວຽນຊວນຟຸກ ຂອບໃຈການນຳ ລັດເຊຍ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ໃນໄລຍະຜ່ານມາ ແລະຫວັງວ່າຝ່າຍລັດເຊຍຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມດຳລົງຊີວິດ, ທຳມາຫາກິນຢູ່ລັດເຊຍ; ສະແດງຄວາມເຊື່ອໝັ້ນວ່າປະຊາຄົມຊາວຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນຂົວເຊື່ອມຕໍ່ໃນການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ເພີ່ມທະວີການສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍ; ຍູ້ແຮງການຮ່ວມມືໃນຂອບເຂດສະຫະປະຊາຊາດ APEC, ASEM, ASEAN-ລັດເຊຍ, ເພື່ອຜົນປະໂຫຍດຂອງສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ແສງເດືອນ