ພາຍຫຼັງພິທີຢື່ນສານແຕ່ງຕັ້ງ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກັບບັນດາທ່ານເອກອັກຄະລັດຖະທູດ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ໄດ້ສະແດງຄວາມເຊື່ອໝ້ັນວ່າ ດ້ວຍລະດັບຄວາມຮູ້, ປະສົບການໃນການປະຕິບັດງານຂອງຕົນ ແລະຄວາມຮັກແພງທີ່ສະຫງວນໃຫ້ແກ່ຫວຽດນາມ, ບັນດາທ່ານເອກອັກຄະລັດຖະທູດຈະປະຕິບັດສຳ ເລັດພາລະໜ້າທີ່ໄດ້ຮັບມອບໝາຍ, ແມ່ນຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາປະເທດກັບຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາທ່ານເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່ໃນໄລຍະປະຕິບັດງານຢູ່ຫວຽດນາມ; ພ້ອມທັງຫວັງວ່າປະເທດຊາດ, ຊາວຫວຽດນາມຈະສ້າງໄດ້ບັນດາອາລົມຈິດອັນດີງາມທີ່ສຸດຕໍ່ກັບບັນດາທ່ານເອກອັກຄະລັດຖະທູດ.

ໂດຍ: ແສງເດືອນ