leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: truyenhinhnghean.vn.

ເມື່ອແບ່ງປັນກັບຄະນະປະຕິບັດງານຂອງລາວ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ກໍ່ຄືບົດຮຽນໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງໃນໄລຍະຜ່ານມາ, ທ່ານ ຖ໊າຍແທັງກຸ໊ຍ, ປະທານຄະນະກຳມະການປະຊາຊົນແຂວງເງະອານ ຢືນຢັນວ່າ: ຄຽງຂ້າງການເສີມຂະຫຍາຍກຳລັງພາຍໃນ, ຂຸດຄົ້ນບັນດາແຫຼ່ງກຳລັງພາຍໃນປະເທດ; ແຂວງເງະອານ ກຳລັງສຸມໃສ່ເປີດກວ້າງການພົວພັນຮ່ວມມືສາກົນ, ພິເສດແມ່ນປະເທດລາວ. ໃນໄລຍະຜ່ານມາ, ແຂວງເງະອານ ໄດ້ຮັກສາ ແລະພັດທະນາສາຍພົວພັນຮ່ວມມືໃນຫຼາຍຂົງເຂດກັບບັນດາແຂວງຂອງປະເທດເພື່ອນມິດລາວ.

leftcenterrightdel
ທ່ານ ຖ໊າຍແທັງກຸ໊ຍ ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນປະເທດ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງເງະອານ. ພາບ: truyenhinhnghean.vn

ໃນປີ 2017 ແລະເດືອນພະຈິກຂອງປີ 2018, ການເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງເງະອານ ແລະບັນດາແຂວງປະເທດເພື່ອນມິດລາວ ສືບຕໍ່ບັນລຸໄດ້ໝາກຜົນຫຼາຍຢ່າງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: truyenhinhnghean.vn.

ທ່ານ ສຸພັນ ແກ້ວມີໄຊ ໄດ້ຂອບອົກຂອບໃຈຕໍ່ການຕ້ອນຮັບຂອງການນຳແຂວງເງະອານ ແລະຊົມເຊີຍບັນດາຜົນງານເຊິ່ງແຂວງ ເງະອານ ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງແລກປ່ຽນກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດລະຫວ່າງສອງປະເທດຕື່ມອີກ.

leftcenterrightdel
ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: truyenhinhnghean.vn

ສິ້ນສຸດການເຮັດວຽກ, ທ່ານ ຖ໊າຍແທັງກຸ໊ຍ ປະທານຄະນະກຳມະການປະຊາຊົນແຂວງເງະອານ  ຢືນຢັນວ່າ, ແຂວງເງະອານ ພວມສ້າງແຜນການກຳນົດ, ຍຸດທະສາດພັດທະນາຢ່າງຕັ້ງໜ້າ; ກຽມພ້ອມທີ່ຈະສົມທົບກັບບັນດາແຂວງຂອງປະເທດເພື່ອນມິດລາວ ເພື່ອພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານ ຖ໊າຍແທັງກຸ໊ຍ ມອບຂອງຂວັນທີ່ລະນຶກໃຫ້ແກ່ກະຊວງແຜນການ ແລະການລົງທຶນລາວ. ພາບ: truyenhinhnghean.vn.

ໂດຍ: ທູຮັ່ງ