ບັນດາການນຳອາຊຽນຊົມເຊີຍເລື່ອງລັດເຊຍ ເສີມຂະຫຍາຍບົດບາດຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບໃຫ້ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືພັດທະນາຢູ່ພາກພື້ນ. ອາຊຽນ ແລະລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການແລກປ່ຽນດ້ານການຄ້າ - ການລົງທຶນ, ວິທະຍາສາດ, ເຕັກໂນໂລຢີ, ກະສິກຳ... ທີ່ກອງປະຊຸມ, ສອງຝ່າຍໄດ້ຕົກລົງກັນຍົກລະດັບການພົວພັນອາຊຽນ - ລັດເຊຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະຮັບຮອງເອົາຖະແຫຼງການຮ່ວມອາຊຽນ - ລັດເຊຍ ກ່ຽວກັບຄູ່ຮ່ວມມືຍຸດທະສາດກໍ່ຄືຖະແຫຼງການອາຊຽນ - ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Vladimir Putin ປະທານາທິບໍດີລັດເຊຍ ພ້ອມກັບບັນດາຫົວໜ້າຄະນະຜູ້ແທນອາຊຽນ ຖ່າຍຮູບລວມທີ່ກອງປະຊຸມສຸດຍອດອາຊຽນ - ລັດເຊຍ ຄັ້ງທີ 3. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ຖືວ່າ, ລັດເຊຍແມ່ນຄູ່ຮ່ວມມືສຳຄັນຂອງອາຊຽນ ແລະຢືນຢັນວ່າ ອາຊຽນ ແລະລັດເຊຍ ແບ່ງປັນຫຼາຍຜົນປະໂຫຍດລວມ ແລະມີຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ກວ້າງຂວາງ, ສະໜັບສະໜູນເລື່ອງຍົກລະດັບການພົວພັນຂ້ຶນເປັນຄູ່ຮ່ວມມືຍຸດທະສາດ, ປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຊິ່ງລັດເຊຍ ມີທ່າແຮງ ແລະອາຊຽນມີຄວາມຕ້ອງການ. ທ່ານ ຫງວຽນຊວນຟຸກ ກໍ່ສະແດງຄວາມປາດຖະໜາວ່າ ລັດເຊຍສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ປະຕິບັດ DOC ຢ່າງຄົບຖ້ວນ ແລະເຈລະຈາ COC ຢ່າງແທດຈິງ ແລະມີປະສິດທິຜົນ.

ໂດຍ: ແສງເພັດ