ລາຍງານໂດຍສັງເຂບກ່ຽວກັບສະພາບການເມືອງ, ເສດຖະກິດ, ສັງຄົມຂອງຫວຽດນາມ ໃນໄລຍະຜັນຂະຫຍາຍການປະຕິບັດສົນທິສັນຍາ; ຄວາມມານະພະຍາຍາມ ແລະໝາກຜົນທີ່ຫວຽດນາມບັນລຸໄດ້ໃນການປະຕິບັດບັນດາມາດຕະການນິຕິບັນຍັດ, ບໍລິຫານ, ຕຸລະການ ແລະມາດຕະການຕ່າງໆ ເພື່ອສະກັດກັ້ນ ແລະລົງໂທດການກະທຳທີ່ກ່ຽວຂ້ອງເຖິງການທໍລະມານ ແລະຮູບການປະພຶດ ຫຼື ລົງໂທດຢ່າງໂຫດຮ້າຍສາມານ, ໄຮ້ມະນຸດສະທຳ ຫຼືເຮັດໃຫ້ອັບອາຍຂາຍໜ້າມະນຸດ; ພ້ອມທັງກໍານົດຂໍ້ຈໍາກັດ, ສິ່ງທ້າທາຍເມື່ອຜັນຂະຫຍາຍການປະຕິບັດສົນທິສັນຍາຢູ່ຫວຽດນາມ ແລະຄາດຄະເນທິດທາງການປະຕິບັດສົນທິສັນຍາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ...

leftcenterrightdel
ທ່ານພົນໂທ ເລກຸຍເວືອງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ສະເໜີບົດລາຍງານແຫ່ງຊາດຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ບົດລາຍງານກ່ຽວກັບບັນດາມາດຕະການທີ່ຫວຽດນາມ ໄດ້ດໍາເນີນເພື່ອປະຕິບັດສົນທິສັນຍາຕ້ານການທໍລະມານສະແດງຄວາມເຄັ່ງຂຶມ ແລະພ້ອມແລ້ວທີ່ຈະແບ່ງປັນ, ຮໍ່າຮຽນກໍ່ຄືຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດບັນດາຄໍາໝັ້ນສັນຍາກ່ຽວກັບສິດທິມະນຸດເວົ້າລວມ ແລະຕ້ານການທໍລະມານເວົ້າສະເພາະ, ຜ່ານນັ້ນສະແດງໃຫ້ເຫັນຄວາມຕັ້ງໜ້າ ແລະເປັນເຈົ້າການຂອງຫວຽດນາມ ໃນການປະກອບສ່ວນເຂົ້າບັນດາວຽກງານສາກົນ, ເປັນຕົ້ນແມ່ນການຊຸກຍູ້ ແລະປົກປ້ອງສິດຂອງມະນຸດ.

ໂດຍ: ທະນາພອນ