ພາຍຫຼັງທີ່ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ສົ່ງຂໍຄໍາຄິດເຫັນຈາກບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບຮ່າງມະຕິສັດຕະຍາບັນສັນຍາ CPTPP ພ້ອມກັບບັນດາເອກະສານທີ່ກ່ຽວຂ້ອງ. ໂດຍອີງໃສ່ບັນດາຄໍາເຫັນປະກອບ, ຄະນະປະຈໍາສະພາ ແຫ່ງຊາດ  ໄດ້ຊີ້ນໍາກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດ ແລະບັນດາອົງການທີ່ກ່ຽວຂ້ອງຄົ້ນຄວ້າ, ຮັບເອົາ, ປັບປຸງ ແລະສະແດງໃນຮ່າງມະຕິສັດຕະຍາບັນສັນຍາ CPTPP ແລະສ່ົງໃຫ້ບັນດາສະມາຊິກສະພາແຫ່ງຊາດ.

leftcenterrightdel
ບັນດາສະມາຊິກສະພາແຫ່ງຊາດ ດໍາເນີນການລົງມະຕິຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາ CPTPP. ພາບ: nhandan.org.vn.

ທີ່ການເຮັດວຽກ, ສະພາແຫ່ງຊາດໄດ້ດໍາເນີນການລົງມະຕິຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາ CPTPP ດ້ວຍ 469/469 ສະມາຊິກສະພາແຫ່ງຊາດເຫັນດີຮັບຮອງເອົາ.

ມະຕິໃຫ້ສັດຕະຍາບັນສັນຍາ CPTPP ລວມມີ 4 ມາດຕາ, ໃນນັ້ນກໍານົດຢ່າງຈະແຈ້ງການຈັດຕັ້ງປະຕິບັດ ແລະຕິດຕາມກວດກາການປະຕິບັດ.

ໂດຍ: ທູຈາງ