ກ່າວຄຳເຫັນທີ່ການເຮັດວຽກ, ແບ່ງປັນຄວາມຮູ້ສຶກກ່ຽວກັບບັນດາການປ່ຽນແປງຢ່າງວ່ອງໄວຂອງນະຄອນບວນມາທວດ ເວົ້າສະເພາະ, ແຂວງ ດັກລັກ ເວົ້າລວມ. ທ່ານ ຫງວຽນຝູຈ້ອງ ຖືວ່າ, ດັກລັກ ພວມນັບມື້ນັບພັດທະນາຢ່າງແຮງ, ຢືນຢັນທີ່ຕັ້ງ, ບົດບາດໃຈກາງຂອງເຂດຍຸດທະສາດໄຕງວຽນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ  ແລະປະຊາຊົນແຂວງ ດັກລັກ. ພາບ: qdnd.vn.

ທ່ານ ຫງວຽນຝູຈ້ອງ ຍ້ອງຍໍບັນດາຜົນງານເຊິ່ງແຂວງ ດັກລັກ ບັນລຸໄດ້ຜ່ານ 3 ປີປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ. ທ່ານ ຫງວຽນຝູຈ້ອງ ຢືນຢັນວ່າ: “ກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມມີບາດກ້າວພັດທະນາເປັນໜ້າຊື່ນຊົມ. ຈຸດພົ້ນເດັ່ນແມ່ນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ເປັນທີ່ຈະແຈ້ງແລ້ວວ່າແຂວງດັກລັກ ກໍ່ຄືທ້ອງຖິ່ນຕ່າງໆມີບາດກ້າວພັດທະນາເປັນຢ່າງດີໃນເຄິ່ງອາຍຸການຜ່ານມາ. ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ດັກລັກ ກໍ່ປະຕິບັດໄດ້ດີ.”

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ  ເຮັດວຽກກັບຄະນະປະຈຳຄະນະພັກແຂວງດັກລັກ. ພາບ: qdnd.vn.

ທ່ານ ຫງວຽນຝູຈ້ອງ ໃສ່ໃຈວ່າ, ໂດຍແມ່ນບໍລິເວນຍຸດທະສາດ, ຄວາມສາມາດບົ່ມຊ້ອມຍັງໃຫຍ່ຫຼວງຢູ່, ພິເສດແມ່ນຊັບພະຍາກອນທີ່ດິນ. ຄຽງຂ້າງນັ້ນ, ຕ້ອງເອົາໃຈໃສ່ປ້ອງກັນປ່າໄມ້. ທ່ານ ຫງວຽນຝູຈ້ອງ ໄດ້ເອົາໃຈໃສ່ເປັນພິເສດວ່າ, ແຂວງດັກລັດ ຄວນສືບຕໍ່ປະຕິບັດວຽກງານກໍ່ສ້າງພັກໃຫ້ເປັນຢ່າງດີ, ພິເສດແມ່ນຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ, ປະກົດການຫຍໍ້ທໍ້ຕ່າງໆ.

ທ່ານ ຫງວຽນຝູຈ້ອງ ປາດຖະໜາວ່າແຂວງດັກລັກ ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ລະດົມກຳລັງແຮງຂອງບັນດາແຂວງແຄມທະເລ, ຮັກສາການພົວພັນຕ່າງປະເທດກັບກຳປູເຈຍ...

ໂດຍ: ທູຮັ່ງ