leftcenterrightdel
ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈໍາການຄະນະເລຂາທິການ ກັບປະຊາຊົນຢູ່ເຂດຊຸມຊົນດົ່ງແອ໋ນ, ຕາແສງກິມບິ່ງ (ເມືອງຈຽມຮວ໊າ, ແຂວງຕວຽນກວາງ). ພາບ: tuyenquang.gov.vn.

ເພື່ອເສີມຂະຫຍາຍມູນເຊື້ອບ້ານເກີດເມືອງນອນປະຕິວັດ, ຍົກສູງຈິດໃຈສາມັກຄີກວ່າອີກ, ທ່ານ ເຈິ່ນກວກເວື້ອງ ຮຽກຮ້ອງພະນັກງານ, ສະມາຊິກພັກຕາແສງກິມບິ່ງ, ເຂດຊຸມຊົນດົ່ງແອ໋ນ ຍາມໃດກໍ່ເປັນແບບຢ່າງ, ນໍາໜ້າ, ປຸກລຸກຈິດໃຈສາມັກຄີປະຊາຊົນໃນການປະຕິບັດ ບັນດາຂະບວນການແຂ່ງຂັນ, ເປັນຕົ້ນແມ່ນກໍ່ສ້າງຊົນນະບົດໃໝ່; ຍົກສູງຊີວິດການເປັນຢູ່ໃນທຸກດ້ານໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ. ປະຊາຊົນຕາແສງກິມບິ່ງ, ເຂດຊຸມຊົນດົ່ງແອ໋ນ ຄວນເອົາໃຈໃສ່ເປັນພິເສດໃນການຮັກສາສີສັນວັດທະນະທໍາຂອງຊາດ, ເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນປະຕິວັດ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ກໍ່ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ, ສີວິໄລ, ເພື່ອໃຫ້ຕາແສງກິມບິ່ງ ກາຍເປັນສະຖານທີ່ສຶກສາອົບຮົມກ່ຽວກັບມູນເຊື້ອປະຕິວັດໃຫ້ແກ່ຄົນຮຸ່ນໜຸ່ມ.

ໂດຍ: ທູຈາງ