ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ໄດ້ເຈລະຈາກັບທ່ານ Miguel Mario Diáz Canel Bermúdez. ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ຕີລາຄາສູງກ່ຽວກັບການພັດທະນາຂອງສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ, ການພົວພັນດ້ານການເມືອງສອງຝ່າຍນັບມື້ນັບສະໜິດຕິດພັນ ແລະມີຄວາມໄວ້ເນື້ອເຊື່ອໃຈຜ່ານການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນເປັນປະຈຳ. ບັນດາກົນໄກຮ່ວມມືລະຫວ່າງລັດຖະບານ ແລະບັນດາກະຊວງ, ຂະແໜງການໄດ້ຮັບການຮັກສາ, ເຄື່ອນໄຫວນັບມື້ນັບມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Miguel Mario Diáz Canel Bermúdez ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີ ສ.ກູບາ. ພາບ: ກິມເງິນ.

ການນຳສອງທ່ານກໍ່ໄດ້ແລກປ່ຽນຫຼາຍມາດຕະການແນໃສ່ນຳການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນມີປະສິດທິຜົນ, ແທດຈິງ, ມີການຮ່ວມມືຢ່າງແໜ້ນແຟ້ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ; ຍູ້ແຮງການຮ່ວມມືກ່ຽວກັບກະສິກຳ, ເຕັກໂນໂລຢີຊີວະສາດ, ການຢາ, ການແພດ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະການພົບປະແລກປ່ຽນປະຊາຊົນ. ຕາມນັ້ນ, ການນຳສອງທ່ານໄດ້ຊົມເຊີຍ ແລະເນັ້ນໜັກຄວາມສຳຄັນຕໍ່ເລື່ອງລັດຖະບານສອງປະເທດເຊັນ “ສັນຍາການຄ້າສະບັບໃໝ່” ແລະ “ອະນຸສັນຍາການເງິນກ່ຽວກັບການປ່ອຍສິນເຊື່ອ ແລະຄຸ້ມຄອງການເງິນໂຄງການຮ່ວມມືພັດທະນາການຜະລິດເຂົ້າສານຫວຽດນາມ - ກູບາ ໄລຍະ 2019-2023” ໃນຂອບເຂດການຢ້ຽມຢາມ.

ໂດຍ: ສົມເພັດ