ທີ່ການຕ້ອນຮັບ, ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນະຄອນ ໂຮ່ຈິມິນ ປາດຖະໜາຢາກໃຫ້ເຂດແຄ້ວນອົດສະຕາລີເໜືອ ແບ່ງປັນບົດຮຽນໃນຂົງເຂດກະສິກຳເຕັກໂນໂລຢີສູງ ແລະສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດຂອງນະຄອນໂຮ່ຈິມິນ ເຂົ້າຮ່ວມຕະຫຼາດຜະລິດຕະພັນກະເສດຂອງອົດສະຕາລີ.

leftcenterrightdel
ທ່ານ ເລແທັງລຽມ ແລະທ່ານ Michael Gunner ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນຂອງສອງຝ່າຍ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນເຂດແຄ້ວນອົດສະຕາລີເໜືອ ໄດ້ເຊັນບົດບັນທຶກຊ່ວຍຈຳກັບໂຮງຮຽນທ່ອງທ່ຽວໄຊງ່ອນຊັ້ນກາງ ແລະພວມປຶກສາຫາລືເປີດສາຍການບິນໄປເຖິງ Darwin ໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ