ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຕີລາຄາການພົວພັນ ຫວຽດນາມ-ແບນຊິກ ໃນໄລຍະຜ່ານມາແມ່ນມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ ແລະໃນຫຼາຍຂັ້ນ. ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຄວນສືບຕໍ່ເພີ່ມທະວີການແລກປ່ຽນຄະນະ ແລະພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ.

leftcenterrightdel
ທ່ານ Charles Michel ນາຍົກລັດຖະມົນຕີແບນຊິກ ຈັບມືກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່ອນທີ່ຈະດໍາເນີນການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຮັກສາບັນດາກົນໄກຮ່ວມມື ຄື: ຄະນະກຳມະການປະສົມຫວຽດນາມ-ແບນຊິກ ກ່ຽວກັບການຮ່ວມມືດ້ານເສດຖະກິດເພື່ອກຳນົດທິດການພົວພັນດ້ານເສດຖະກິດ, ກຳນົດຈຸດສຸມບຸລິມະສິດ, ຍົກສູງປະສິດທິຜົນຂອງບັນດາໂຄງການທີ່ໄດ້ ແລະພວມປະຕິບັດ, ຍົກສູງປະສິດທິຜົນໃນການສົມທົບກັນລະຫວ່າງບັນດາກົນໄກຮ່ວມມື.

ນາຍົກລັດຖະມົນຕີສອງທ່ານເນັ້ນໜັກວ່າຄວນສົມທົບກັນສ້າງເງື່ອນໄຂໃຫ້ແກ່ການເຊື່ອມຕໍ່ການຮ່ວມມື ແລະດໍາເນີນທຸລະກິດລະຫວ່າງບັນດາຄູ່ຮ່ວມມືສອງປະເທດ, ເປັນຕົ້ນແມ່ນໃນບັນດາຂົງເຂດເຊິ່ງ ແບນຊິກ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການຄື: ການຂົນສົ່ງ, ທ່າກໍາປັ່ນ, ການບໍລິການພະລາທິການ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Charles Michel ນາຍົກລັດຖະມົນຕີແບນຊິກ ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານຕີລາຄາເລື່ອງເຊັນຂໍ້ຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດກະສິກຳລະຫວ່າງຫວຽດນາມ-ແບນຊິກ ກໍ່ຄືການຮ່ວມມືໃນຂົງເຂດສຸຂະອະນາໄມຄວາມປອດໄພດ້ານອາຫານຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາປະເພດສິນຄ້າກະສິກຳ, ສິນໃນນ້ຳຂອງຫວຽດນາມ ທີ່ມີຄຸນນະພາບສູງໄດ້ສໍາຜັດກັບຕະຫຼາດແບນຊິກ ແລະກົງກັນຂ້າມ.

ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສອງປະເທດຄວນສືບຕໍ່ເສີມຂະຫຍາຍບັນດາຜົນງານຂອງການຮ່ວມມືພັດທະນາກໍ່ຄືການຮ່ວມມືໃນບັນດາຂົງເຂດການສຶກສາ-ບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ, ວິທະຍາສາດ-ເຕັກໂນໂລຢີ, ຕຸລາການ, ແລກປ່ຽນວັດທະນະທຳ…

ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ພົບປະກັບສື່ມວນຊົນ ເພື່ອແຈ້ງຜົນແຫ່ງການເຈລະຈາ.

ໂດຍ: ທະນາພອນ