ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນຊວນຖັJງ, ເລຂາທິການສູນກາງພັກ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ເປັນຫົວໜ້າຄະນະ. ຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ໂດຍທ່ານ Tanaka Yu, ຄະນະປະຈຳຄະນະປະທານ, ຮອງຫົວໜ້າຄະນະເລຂາທິການສູນກາງພັກກອມມູນິດຍີ່ປຸ່ນ ເປັນຫົວໜ້າຄະນະ.

leftcenterrightdel
ບັນຍາກາດການແລກປ່ຽນ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່າວຄຳເຫັນໄຂການແລກປ່ຽນ, ທ່ານ ຫງວຽນຊວນຖັ໋ງ ເນັ້ນໜັກວ່າ: ການແລກປ່ຽນທິດສະດີຄັ້ງທີ 8 ລະຫວ່າງສອງພັກໄດ້ດຳເນີນໄປໃນຈຸດເວລາມີຄວາມໝາຍເມື່ອບັນດານັກກອມມູນິດ ແລະມາກຊິດ ໃນທົ່ວໂລກສະເຫຼີມສະຫຼອງ 200 ປີແຫ່ງວັນຄ້າຍວັນເກີດຂອງ ກາກມາກ ແລະ 170 ປີແຫ່ງວັນກຳເນີດບົດນິພົນ “ຖະແຫຼງປະກາດຂອງພັກກອມມູນິດ” ຢ່າງສົມກຽດ. ທ່ານ ຫງວຽນຊວນຖັ໋ງ ຢືນຢັນວ່າ, ດ້ວຍຫົວຂໍ້ “ພະລັງຊີວິດຂອງລັດທິມາກ ໃນຍຸກສະໄໝປະຈຸບັນ”, ການແລກປ່ຽນຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍຫວນຄືນພະລັງຊີວິດຂອງລັດທິມາກຢ່າງຄົບຖ້ວນກວ່າ, ແບ່ງປັນບັນດາໝາກຜົນສະຫຼຸບການຄົ້ນຄ້ວາທິດສະດີ ແລະໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ຫຼັງຈາກນັ້ນຮັບຮູ້ຢ່າງເລິກເຊິ່ງກວ່າ, ຢືນຢັນບັນດາຄຸນຄ່າຄວາມໝັ້ນຄົງໃນທິດສະດີມາກ, ເພື່ອໃຫ້ສອງພັກສືບຕໍ່ຢຶດໝັ້ນໃນພື້ນຖານແນວຄິດທີ່ໄດ້ຄັດເລືອກ ແລະມີຄວາມເຊື່ອໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມໃນສະຕະວັທີ XXI.

ໂດຍ: ທູຮັ່ງ