ກອງປະຊຸມໄດ້ກວດກາວຽກງານກະກຽມໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະກອງປະຊຸມທີ່ກ່ຽວຂ້ອງເຊິ່ງຈະຈັດຕັ້ງຢູ່ ສິງກະໂປ ລະຫວ່າງວັນທີ 11 – 15 ພະຈິກ. ບັນດາປະເທດໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ການຄາດຄະເນກ່ຽວກັບລາຍການເຄື່ອນໄຫວ, ເນື້ອໃນດຳເນີນງານ, ລຳດັບກອງປະຊຸມ ແລະບັນຊີລາຍຊື່ບັນດາເອກະສານທີ່ຈະຍື່ນຕໍ່ການນຳຂັ້ນສູງ.

leftcenterrightdel
ທ່ານ ຫງວຽນກວ໋ກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວ໋ກຢູງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາປະເທດອາຊຽນ ສະໜັບສະໜູນ ປະທານ ສິງກະໂປ ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະກອງປະຊຸມທີ່ກ່ຽວຂ້ອງໃຫ້ສຳເລັດ, ຫັນບັນດາບຸລິມະສິດກໍ່ສ້າງປະຊາຄົມອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແລະມີຫົວຄິດປະດິດສ້າງປີ 2018 ເປັນລະອຽດ. ທ່ານຮອງລັດຖະມົນຕີ ກໍ່ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາເນື້ອໃນຢ່າງລະອຽດເພື່ອ ກະກຽມໃຫ້ກອງປະຊຸມ, ໃນນັ້ນມີການສົມທົບກັນກະກຽມໃຫ້ກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ. ໃນປັດຈຸບັນ, ຫວຽດນາມ ພວມເປັນປະທານປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ ແລະຈະເປັນປະທານການປືກສາຫາລືລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ທີ່ກອງປະຊຸມນີ້.

ໂດຍ: ທູຮັ່ງ