ທີ່ການຕ້ອນຮັບ, ທ່ານ ຟ້າມມີງຈິ໋ງ ຊົມເຊີຍຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມການແລກປ່ຽນທິດສະດີຄັ້ງທີ 8 ລະຫວ່າງສອງພັກ; ຕີລາຄາສູງການພັດທະນາອັນດີງາມຂອງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງພັກ, ໃນນັ້ນມີຂົງເຂດແລກປ່ຽນທິດສະດີ; ເນັ້ນໜັກເຖິງຄວາມຈໍາເປັນ ແລະຄວາມໝາຍຂອງເລື່ອງເພີ່ມທະວີການແລກປ່ຽນທິດສະດີລະຫວ່າງສອງພັກສໍາລັບວຽກງານທິດສະດີ ແລະພຶດຕິກໍາຕົວຈິງຂອງແຕ່ລະພັກ.

leftcenterrightdel
ທ່ານ ຟ້າມມີງຈິ໋ງ ຕ້ອນຮັບທ່ານ Tana CaIu. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Tana CaIu ອວຍພອນບັນດາຜົນງານສໍາຄັນເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງບໍ່ຢຸດຢັ້ງຂອງການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກໃນກວ່າເຄິ່ງສະຕະວັດທີ່ຜ່ານມາ; ຖືວ່າການພົວພັນລະຫວ່າງສອງພັກພວມໄດ້ຮັບການປັບປຸງ ແລະເຮັດໃຫ້ເລິກເຊິ່ງກວ່າອີກຜ່ານບັນດາການພົບປະຂັ້ນສູງເປັນປະຈໍາ, ຮັກສາກົນໄກແລກປ່ຽນຂໍ້ມູນຂ່າວສານ ແລະແລກປ່ຽນທິດສະດີ.

ໂດຍ: ຫງວຽນກຸກ