ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Sebastian Kurz ນາຍົກລັດຖະມົນຕີໂອຕະລິດ ໄດ້ດຳເນີນການເຈລະຈາ.  ການນໍາສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນຫວຽດນາມ-ໂອຕະລິດ ໃນຕະຫຼອດເກືອບ 5 ທົດສະວັດທີ່ຜ່ານມາ, ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນວັນທີ 1 ທັນວາ 1972.

leftcenterrightdel
ທ່ານ Sebastian Kurz ນາຍົກລັດຖະມົນຕີໂອຕະລິດ ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການແນໃສ່ຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດຄືການເມືອງ, ການທູດ... ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ. ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອຫວຽດນາມ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງໂອຕະລິດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ໂອຕະລິດ ນອນໃນຈຳນວນ 10 ຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ສະຫະພາບເອີລົບ (EU).

ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການນໍາໃຊ້ທຶນກູ້ຢືມບຸລິມະສິດຂອງໂອຕະລິດ ເປັນຢ່າງດີ, ພ້ອມທັງສົ່ງເສີມບັນດາວິສາຫະກິດສອງປະເທດເພີ່ມທະວີການເຊື່ອມຕໍ່ການລົງທຶນ, ດໍາເນີນທຸລະກິດ, ຮ່ວມມືໃນບັນດາຂົງເຂດທີ່ຈໍາເປັນໃຫ້ແກ່ການພັດທະນາຂອງຫວຽດນາມ ຄື: ພື້ນຖານໂຄງລ່າງຄົມມະນາຄົມ, ການພັດທະນາພະລັງງານສະອາດ, ການບຳລຸງສ້າງວິຊາຊີບ, ການທ່ອງທ່ຽວ, ສາທາລະນະສຸກ... ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ສະເໜີຝ່າຍໂອຕະລິດ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ໂອຕະລິດ ໄດ້ເຊື່ອມຕົວ ແລະດຳລົງຊີວິດເປັນປົກກະຕິ.

ຄຽງຄູ່ກັບການຮ່ວມມືສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະຢືນຢັນເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃຫ້ແກ່ການຮ່ວມມື ແລະພັດທະນາ, ແກ້ໄຂຄວາມແຕກຕ່າງ, ຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ,  ກົດບັດ, ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ພາຍຫຼັງການເຈລະລາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາອຸປະຖຳໃຫ້ໂຄງການ “ຍົກລະດັບອຸປະກອນການແພດໃຫ້ແກ່ສູນປິ່ນປົວມະເຮັງຄໍໜຽງເຈີ້ໄຣ້-ໂຮງໝໍເຈີ້ໄຣ້” ດ້ວຍມູນຄ່າ 25 ລ້ານເອີໂຣ, ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານການຄ້າເອເລັກໂຕນິກ ແລະອຸດສາຫະກຳ 4.0 ແລະອອກຖະແຫຼງການສື່ມວນຊົນລວມຫວຽດນາມ-ໂອຕະລິດ.

ໂດຍ: ທະນາພອນ