leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ໄປຮອດສະໜາມບິນສາກົນ ວຽນນາ, ນະຄອນຫຼວງວຽນນາ, ສ.ໂອຕະລິດ. ພາບ: ສຳນັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ ຫງວຽນຊວນຟຸກ ແລະພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນວຽນນາ ມີຜູ້ຕາງໜ້າຫ້ອງວ່າການນາຍົກລັດຖະມົນຕີໂອຕະລິດ; ທ່ານເອກອັກຄະລັດຖະທູດໂອຕະລິດ ປະຈຳຫວຽດນາມ. ສ່ວນຝ່າຍຫວຽດນາມ ມີທ່ານ ເລຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳໂອຕະລິດ ແລະພັນລະຍາ; ເອກອັກຄະລັດຖະທູດບັນດາປະເທດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະຈຳໂອຕະລິດ, ພະນັກງານສະຖານທູດຫວຽດນາມ ປະຈຳໂອຕະລິດ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ໂອຕະລິດ ແລະບາງປະເທດ ເອີລົບ.

ໃນ 3 ວັນ (ແຕ່ວັນທີ 14 – 16 ຕຸລາ), ຕາມລາຍການຄາດຄະເນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີໂອຕະລິດ, ພ້ອມກັນເປັນສັກຂີພິຍານພິທີລົງນາມໃນບາງເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ. 

leftcenterrightdel
ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາຢູ່ສະໜາມບິນສາກົນ ວຽນນາ, ນະຄອນຫຼວງວຽນນາ, ສ.ໂອຕະລິດ. ພາບ: ສຳນັກຂ່າວສານຫວຽດນາມ

ໃນລາຍການການຢ້ຽມຢາມ, ຄາດຄະເນວ່າ, ທ່ານນາຍົກລັດຖະມົນຕີ ກໍ່ຈະໄປຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ພ້ອມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ໂອຕະລິດ ແລະບາງປະເທດເອີລົບ; ຕ້ອນຮັບບາງວິສາຫະກິດແຖວໜ້າຂອງໂອຕະລິດ. ພິເສດແມ່ນທ່ານນາຍົກລັດຖະມົນຕີ ຈະເຂົ້າຮ່ວມ, ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ -ໂອຕະລິດ ແລະເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຕົກລົງລະຫວ່າງວິສາຫະກິດສອງປະເທດ.

ໂດຍ: ທູຮັ່ງ