leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: nld.com.vn.

ASEM ແມ່ນເວທີປາໄສເຈລະຈາບໍ່ເປັນທາງການລະຫວ່າງບັນດາປະມຸກລັດຂອງບັນດາປະເທດສະມາຊິກ ASEM, ການນໍາຂອງອີຢູ ແລະຄະນະເລຂາອາຊຽນ. ເປົ້າໝາຍຂອງ ASEM ແມ່ນສ້າງ “ສາຍພົວພັນຄູ່ຮ່ວມມືໃໝ່, ຮອບດ້ານລະຫວ່າງອາຊີ-ເອີລົບ ເພື່ອການເຕີບໂຕແຮງກວ່າອີກ”, “ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງທະວີບ ແລະສ້າງຕັ້ງການເຈລະຈາທີ່ແໜ້ນແຟ້ນລະຫວ່າງບັນດາຄູ່ຮ່ວມມືຢ່າງມີຄວາມສະເໝີພາບ”.

ຫວຽດນາມ ກາຍເປັນສະມາຊິກຂອງ ASEM ນັບແຕ່ປີ 1996. ໃນຕະຫຼອດກວ່າ 2 ທົດສະວັດເຂົ້າຮ່ວມ ASEM, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກຕັ້ງໜ້າ, ຂະຫຍັນຂັນເຄື່ອນ ແລະມີຄວາມຮັບຜິດຊອບ, ສ້າງບັນດາຂີດໝາຍທີ່ມີຄວາມໝາຍໃນໄລຍະທາງແຫ່ງການພັດທະນາຂອງ ASEM.

ກອງປະຊຸມສຸດຍອດ ASEM ຄັ້ງທີ 12 ພາຍໃຕ້ຫົວຂໍ້ “ອາຊີ ແລະເອີລົບ: ການພົວພັນຄູ່ຮ່ວມມືທົ່ວໂລກເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍທ່ົວໂລກ” ທີ່ໄດ້ດໍາເນີນຢູ່ລາຊະອານາຈັກ ແບນຊິກ. ກອງປະຊຸມຈະສຸມໃສ່ວາງອອກບັນດາມາດຕະການເສີມຂະຫຍາຍບົດບາດ ASEM ໃນການຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຊື່ອມຕໍ່ ອາຊີ-ເອີລົບ, ເຊີດຊູກົດໝາຍສາກົນ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງໂລກ ແລະສອງທະວີບ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ASEM ຄັ້ງທີ 11. ພາບ: news.zing.vn.

ເວທີປາໄສການຮ່ວມມືຂັ້ນສູງເພື່ອເປົ້າໝາຍຂຽວທົ່ວໂລກ 2030 (P4G) ໄດ້ສ້າງຕັ້ງບົນພື້ນຖານຂໍ້ລິເລີ່ມຂອງລັດຖະບານແດນມາກ ເພື່ອແນໃສ່ສ້າງເງື່ອນໄຂ ແລະຊ່ວຍພັດທະນາການພົວພັນຄູ່ຮ່ວມມືພາກລັດ-ພາກເອກະຊົນ, ຊຸກຍູ້ວິວັດທະນາການປະຕິບັດເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ 2030 ໂດຍຜ່ານການປະຕິບັດການເຕີບໂຕຂຽວ. ກອງປະຊຸມສຸດຍອດ P4G  ຄັ້ງນີ້ໄດ້ຮັບຄວາມຫວັງວ່າຈະວາງອອກວິໄສທັດ, ກໍານົດທິດ, ມາດຕະການ, ການກະທຳລະອຽດເພື່ອຊຸກຍູ້ການເຕີບໂຕຂຽວ ແລະພັດທະນາແບບຍືນຍົງໃນຂອບເຂດທົ່ວໂລກ.

ຫວຽດນາມ ແລະອີຢູ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 28 ພະຈິກ 1990. ປີ 1996, ອີຢູ ເປີດຄະນະຕາງໜ້າຂອງຄະນະກໍາມະການເອີລົບ (EC) ຢູ່ຮ່າໂນ້ຍ. ສອງຝ່າຍຮັກສາບັນດາກົນໄກຮ່ວມມື: ທາບທາມຄໍາເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດເປັນປະຈໍາປີ; ຄະນະກໍາມະການປະສົມ ຫວຽດນາມ-ອີຢູ... ຫວຽດນາມ  ແລະອີຢູ ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ພິເສດແມ່ນໃນຂອບເຂດການຮ່ວມມື ອາຊຽນ-ອີຢູ, ASEM ແລະ ສະຫະປະຊາຊາດ, ໃນການແກ້ໄຂບັນຫາຕ່າງໆໃນໂລກ.

ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ-ອີຢູ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ການແລກປ່່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງໄດ້ຮັບການຮັກສາເປັນປະຈໍາ. ອີຢູ ສະໜອງທຶນຊ່ວຍເຫຼືອລ້າໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ, ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບ 3, ແມ່ນຕະຫຼາດສົ່ງອອກອັນດັບ 2 ແລະແມ່ນນັກລົງທຶນຕ່າງປະເທດແຖວໜ້າຢູ່ຫວຽດນາມ.

ໂດຍນອນຢູ່ພາກໃຕ້ຂອງເອີລົບກາງ, ສາທາລະນະລັດ ໂອຕະລິດ ມີເນື້ອທີ່ເກືອບ 84.000 ຕາແມັດ ດ້ວຍພົນລະເມືອງກວ່າ 8,5 ລ້ານຄົນ. ປັດຈຸບັນ, ໂອຕະລິດ ແມ່ນປະເທດອຸດສາຫະກໍາພັດທະນາດ້ວຍສະຫວັດດີການສັງຄົມສູງ. ປີ 1972, ເມື່ອການຕໍ່ສູ້ຍາດເອົາເອກະລາດຂອງຊາດຍັງບໍ່ທັນສິ້ນສຸດ, ສາທາລະນະລັດ ໂອຕະລິດ ແມ່ນໜຶ່ງໃນບັນດາປະເທດທໍາອິດຢູ່ຝ່າຍຕາເວັນຕົກ ໄດ້ສ້າງຕັ້ງການພົວພັນກັບຫວຽດນາມ. ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງປະເທດພັດທະນາໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ສອງຝ່າຍຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍເປັນປະຈໍາ.

ຫວຽດນາມ-ແບນຊິກ ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 22 ມິນາ 1973. ການພົວພັນສອງປະເທດພັດທະນາຢ່າງຕັ້ງໜ້າພາຍຫຼັງ 45 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະໃນບັນດາຂອບເຂດການຮ່ວມມືຢູ່ຫຼາຍຂົງເຂດ, ຫຼາຍຂັ້ນ. ປັດຈຸບັນ, ແບນຊິກ ແມ່ນຕະຫຼາດສົ່ງອອກຢືນອັນດັບ 7 ຂອງຫວຽດນາມ ໃນອີຢູ.

ຈຸດພົ້ນເດັ່ນໃນການພົວພັນສອງປະເທດແມ່ນການສຶກສາ-ບໍາລຸງສ້າງ. ປະຈໍາປີ, ແບນຊິກ ຊ່ວຍເຫຼືອໃຫ້ຂົງເຂດການສຶກສາ-ບໍາລຸງສ້າງ ຜ່ານບັນດາໂຄງການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າປະມານ 2 ລ້ານເອີໂຣ.

ຫວຽດນາມ-ແດນມາກ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 25 ພະຈິກ 1971. ສາຍພົວພັນນີ້ໄດ້ຮັບການພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ຮອບດ້ານໃນທຸກຂົງເຂດຢ່າງບໍ່ຢຸດຢ້ັງ. ວົງເງິນການຄ້າສອງສົ້ນປີ 2017 ບັນລຸ 664,6 ລ້ານໂດລາສະຫະລັດ. ປັດຈຸບັນ, ແດນມາກ ມີ 132 ໂຄງການລົງທຶນຢູ່ຫວຽດນາມດ້ວຍຍອດເງິນລົງທຶນ ຈົດທະບຽນແມ່ນກວ່າ 686 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ແດນມາກ ແມ່ນປະເທດອຸປະຖໍາໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມ ASEM 12, P4G, ຢ້ຽມຢາມ ໂອຕະລິດ, ແບນຊິກ, ແດນມາກ ຢ່າງເປັນທາງການ, ຢ້ຽມຢາມ ແລະເຮັດວຽກຢູ່ອີຢູ ໃນຄັ້ງນີ້ ເປັນການຢ້ັງຢືນແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ບັນດາການຢ້ຽມຢາມກໍ່ສົ່ງສານທີ່ວ່າ ຫວຽດນາມ ເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າກັບສາກົນ, ຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ປະກອບສ່ວນກໍ່ສ້າງ, ສ້າງບັນດາກົນໄກຫຼາຍຝ່າຍ, ເຂົ້າຮ່ວມຢ່າງມີປະສິດທິຜົນ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກທີ່ບັນດາອົງການຈັດຕັ້ງຫຼາຍຝ່າຍ.

ໂດຍ: ທູຈາງ