ໂດຍຕາງໜ້າລັດຖະບານທ່ານ ເຈືອງຮວ່າບິ່ງ ຍິນດີຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ ທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ; ການຢ້ຽມຢາມຄັ້ງນີ້ຢັ້ງຢືນເຖິງສາຍພົວພັນມິດຕະພາບພິເສດຫວຽດນາມ-ລາວ ແມ່ນສາຍພົວພັນທີ່ມີໜຶ່ງດຽວໃນໂລກ, ຫວຽດນາມ ຍາມໃດກໍ່ຖືວຽກງານປົກປັກຮັກສາ ແລະພັດທະນາສາຍພົວພັນມິດຕະພາບຫວຽດນາມ-ລາວ ເປັນພິເສດ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ. ພາບ: ຫງວຽນຮວ່າງ.

ທ່ານ ເຈືອງຮວ່າບິ່ງ ສະແດງຄວາມຍິນດີ ແລະຮັບຮູ້ວ່າ, ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງນະຄອນຫຼວງນັບມື້ນັບມີການພັດທະນາຢ່າງຈົບງາມ, ຮອບດ້ານ, ໃນນັ້ນປະກອບມີການຮ່ວມມືລະຫວ່າງນະຄອນຫຼວງວຽງຈັນ ແລະນະຄອນຫຼວງຮ່າໂນ້ຍ ນັບມື້ນັບໄດ້ຮັບຜົນສຳເລັດຢ່າງຕັ້ງໜ້າ ສະແດງອອກຜ່ານການເຄື່ອນໄຫວແລກປ່ຽນຂອງຄະນະ, ຮ່ວມມືດ້ານເສດຖະກິດ, ການສຶກສາ, ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ກະສິກຳ, ແລກປ່ຽນປະຊາຊົນ... ຜ່ານນັ້ນປະກອບສ່ວນເຂົ້າໃນສາຍພົວພັນຮ່ວມມືອັນດີງາມລະຫວ່າງສອງຊາດໃນທຸກຂົງເຂດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ຫງວຽນຮວ່າງ.

ທ່ານ ສິນລະວົງ ຄຸດໄພທູນ ແຈ້ງໃຫ້ທ່ານ ເຈືອງຮວ່າບິ່ງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບທ່ານ ຮວ່າງຈຸງຫາຍ ເລຂາພັກນະຄອນຮ່າໂນ້ຍ, ໃນການຢ້ຽມຢາມຄັ້ງນີ້ສອງຝ່າຍໄດ້ແບ່ງປັນບົດຮຽນ ກໍ່ຄືປະສົບການ, ຮູບແບບໃນການກໍ່ສ້າງ ແລະພັດທະນານະຄອນຫຼວງຂອງແຕ່ລະປະເທດ; ເຫັນດີເປັນເອກກະພາບກ່ຽວກັບມາດຕະການຊຸກຍູ້ການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ສຶກສາ, ສາທາລະນະສຸກ, ແລກປ່ຽນປະຊາຊົນ... ລະຫວ່າງສອງນະຄອນຫຼວງຫຼາຍກວ່າອີກ.

ທ່ານ ສິນລະວົງ ຄຸດໄພທູນ ປາດຖະໜາວ່າ, ລັດຖະບານຫວຽດນາມຈະສືບຕໍ່ຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ແກ່ນະຄອນຫຼວງວຽງຈັນ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ກໍ່ຄືກັບບັນດາທ້ອງຖິ່ນຂອງຫວຽດນາມ ໃນທຸກຂົງເຂດ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໝາກຜົນແຫ່ງການຮ່ວມມືລວມລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ສົມສະນຸກ