ນັບແຕ່ປີ 2016 ມາຮອດປະຈຸບັນ, ສະຖານະການສາກົນ ແລະພາກພື້ນມີການຫັນປ່ຽນຢ່າງໄວ, ສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພິເສດແມ່ນການດັດປັບນະໂຍບາຍຂອງບັນດາປະເທດ, ລັດທິອາລັກຂາ ແລະສົງຄາມດ້ານການຄ້າໄດ້ສົ່ງຜົນກະທົບເຖິງທ່າພັດທະນາຂອງເສດຖະກິດໂລກເວົ້າລວມ ແລະຫວຽດນາມເວົ້າສະເພາະ. ພ້ອມກັນນັ້ນ, ບັນດາທ່າອ່ຽງພັດທະນາເຕັກໂນໂລຢີໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງບໍ່ເຄີຍມີມາກ່ອນ.
|
|
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບບັນດາຫົວໜ້າຄະນະເຂົ້າຮ່ວມວາລະໄຂກອງປະຊຸມ WEF ASEAN 2018. ພາບ: ສຳນັກຂ່າວສານຫວຽດນາມ. |
ໃນສະພາວະການນັ້ນ, ຫວຽດນາມ ໄດ້ເສີມຂະຫຍາຍບັນດາກົນໄກຫຼາຍຝ່າຍເປັນຢ່າງດີ ເພື່ອປົກປັກຮັກສາບັນດາສິດ ແລະຜົນປະໂຫຍດຂອງຕົນ, ກໍ່ຄືເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍລວມຂອງປະຊາຄົມສາກົນ.
ໃນກວ່າ 2 ປີຜ່ານມາໄດ້ເຫັນປະຈັກຕາບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຂອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ. ດ້ວຍຖານະບົດບາດໃໝ່ ເຊິ່ງການພົວພັນຕ່າງປະເທດຫຼາຍຝ່າຍຫວຽດນາມບັນລຸໄດ້, ພວກເຮົາໄດ້ຮັບຄວາມໄວ້ວາງໃຈຈາກເພື່ອນມິດສາກົນ, ເປັນເຈົ້າພາບຈັດຕັ້ງຫຼາຍກອງປະຊຸມສຳຄັນມີລະດັບພາກພື້ນ ແລະທົ່ວໂລກ.
ເລື່ອງຈັດຕັ້ງສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2017, ຫວຽດນາມ ໄດ້ກາຍເປັນບ່ອນເຕົ້າໂຮມຂອງການນໍາບັນດາພື້ນຖານເສດຖະກິດສະມາຊິກ APEC ທຸກຄົນ, ໃນນ້ັນມີການນໍາບັນດາພື້ນຖານເສດຖະກິດແຖວໜ້າຂອງໂລກ ຄື: ອາເມລິກາ, ຈີນ, ຍີ່ປຸ່ນ, ລັດເຊຍ... ສິ່ງດັ່ງກ່າວໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງຍຸດທະສາດຂອງຫວຽດນາມຢູ່ພາກພື້ນ, ກໍ່ຄືຄວາມເອົາໃຈໃສ່ ແລະອາລົມຈິດພິເສດ ເຊິ່ງບັນດາພື້ນຖານເສດຖະກິດສະມາຊິກ APEC ແລະບັນດາການນຳເສດຖະກິດ APEC ສະຫງວນໃຫ້ຫວຽດນາມ.
ໃນສະພາວະການລັດທິອາລັກຂາເກີດຂຶ້ນຢ່າງແຮງນັ້ນ, ດ້ວຍຖານະເປັນປະເທດເຈົ້າພາບປີ APEC 2017, ຫວຽດນາມ ໄດ້ເລືອກເອົາຫົວຂໍ້ ແລະບັນດາບຸລິມະສິດເໝາະສົມກັບຄວາມເອົາໃຈໃສ່ລວມ, ສະແດງໃຫ້ເຫັນບົດບາດໃນການບໍລິຫານ. ດ້ວຍເລື່ອງບັນດາການນຳ APEC ໃຫ້ຄໍາໝັ້ນສັນຍາ “ມຸ່ງໄປເຖິງການຄ້າ, ລົງທຶນເປີດ ແລະຄວາມເສລີໃນພາກພື້ນອາຊີ-ປາຊີຟິກ” ແລະ “ສະໜັບສະໜູນລະບົບການຄ້າຫຼາຍຝ່າຍອີງໃສ່ລະບຽບຫຼັກການ, ຄວາມເສລີ, ສະເໝີພາບ, ເປີດເຜີຍ, ກະຈ່າງແຈ້ງ ແລະກວມລວມ” ໃນຖະແຫຼງການຂັ້ນສູງດ່ານັ້ງ “ສ້າງກຳລັງໜູນໃໝ່, ຮ່ວມກັນເພີ່ມພູນຄູນສ້າງອະນາຄົດລວມ”, ຫວຽດນາມໄດ້ສ້າງຂີດໝາຍຂອງຕົນໃນວິວັດທະນາການຮ່ວມມືຂອງ APEC.
ໂດຍສືບຕໍ່ຜົນສຳເລັດຂອງປີ APEC 2017 ແລະກອງປະຊຸມ APPF-26, ເລື່ອງຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 (GMS 6) ແລະກອງປະຊຸມສຸດຍອດການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 (CLV 10) ໃນທ້າຍເດືອນ ມິນາ 2018 ສືບຕໍ່ຢັ້ງຢືນທີ່ຕັ້ງນັບມື້ນັບສູງຂອງປະເທດ, ພ້ອມທັງສະແດງບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ສຳລັບບັນດາກົນໄກຮ່ວມມືເຊື່ອມຕໍ່ໃນພາກພື້ນ. ສິ່ງພິເສດແມ່ນຫວຽດນາມໄດ້ຍົກອອກຂໍ້ລິເລີ່ມຄັ້ງທຳອິດ ຈັດຕັ້ງເວທີປາໄສສຸດຍອດດຳເນີນທຸລະກິດ GMS, ແລະໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກ GMS, ການສະໜັບສະໜູນຂອງບັນດາຄູ່ຮ່ວມມື ຄື: ທະນາຄານພັດທະນາອາຊີ (ADB), ທະນາຄານໂລກ (WB), ASEAN… ຜົນສຳເລັດດັ່ງກ່າວໄດ້ຂີດໝາຍຄວາມເປັນເຈົ້າການ ແລະຕັ້ງໜ້າຂອງຫວຽດນາມພ້ອມກັບບັນດາສະມາຊິກກໍ່ສ້າງກົນໄກເຮັດວຽກຢ່າງມີປະສິດທິຜົນ, ເສີມຂະຫຍາຍທ່າແຮງຂອງບັນດາຝ່າຍເຂົ້າຮ່ວມ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງພາກພື້ນ.
|
|
ບັນດາການນຳ APEC ທີ່ສັບປະດາຂັ້ນສູງ APEC 2017. ພາບ: apec.org. |
ໂດຍແມ່ນໜຶ່ງໃນສາມເຫດການຫຼາຍຝ່າຍໃຫຍ່ທີ່ສຸດ ທີ່ໄດ້ຈັດຕັ້ງຢູ່ຫວຽດນາມໃນປີ 2018, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 (WEF ASEAN 2018) ທີ່ຈັດຕັ້ງໃນເດືອນກັນຍາ ໄດ້ຮັບການຕີລາຄາວ່າແມ່ນກອງປະຊຸມພາກພື້ນປະສົບຜົນສຳເລັດທີ່ສຸດຂອງ WEF ໃນ 27 ປີຜ່ານມາ, ເມື່ອເຕົ້າໂຮມໄດ້ຫຼາຍປະມຸກລັດຂອງບັນດາປະເທດອາຊຽນ, ການນຳຂັ້ນສູງຂອງບັນດາປະເທດຄູ່ຮ່ວມມື, ຜູ້ຕາງໜ້າຂອງບັນດາກຸ່ມບໍລິສັດຫຼາຍປະເທດ, ບັນດາວິສາຫະກິດອາຊຽນ ແລະສາກົນປະມານ 1.000 ຄົນ, ພ້ອມກັບປະມານ 800 ວິສາຫະກິດພາຍໃນປະເທດເຂົ້າຮ່ວມ. ຜົນສຳເລັດດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຫົວຂໍ້, ເນື້ອໃນກອງປະຊຸມ WEF ASEAN 2018 ຕອບສະໜອງໄດ້ຄວາມເອົາໃຈໃສ່ ແລະຜົນປະໂຫຍດລວມຂອງພາກພື້ນ ກໍ່ຄືໂລກເທົ່ານັ້ນ, ຫາກຍັງຢັ້ງຢືນເຖິງບົດບາດ, ອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມໃນອາຊຽນ, ພາກພື້ນ ແລະໂລກນັບມື້ນັບໄດ້ຍົກສູງ, ສະແດງໃຫ້ເຫັນຄວາມດູດດື່ມ ແລະຄວາມໄວ້ເນື້ອເຊື່ອໄຈຂອງປະຊາຄົມວິສາຫະກິດ, ນັກລົງທຶນສາກົນ ແລະແງ່ຫວັງພັດທະນາຂອງຫວຽດນາມ ອີກດ້ວຍ.
ບັນດາໝາກຜົນທີ່ບັນລຸໄດ້ໃນກວ່າ 2 ປີຜ່ານມາຂອງການພົວພັນຕ່າງປະເທດຫຼາຍຝ່າຍໄດ້ປະກອບສ່ວນຊ່ວຍຫວຽດນາມຢັ້ງຢືນໄດ້ຖານະບົດບາດຂອງຕົນໃນພາກພື້ນ ແລະສາກົນ.
ໂດຍ: ແສງເດືອນ