ກ່າວຄໍາເຫັນທີ່ການພົບປະ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດາການນໍາອາຊຽນ ແລະບັນດາອົງການຈັດຕັ້ງສາກົນແບ່ງປັນທັດສະນະ ແລະປຶກສາຫາລືບັນດາມາດຕະການສົມທົບກັນກະທໍາຂັ້ນພາກພື້ນ ແລະທົ່ວໂລກ, ຮ່ວມມືຊຸກຍູ້ການພັດທະນາແບບກວມລວມ, ຍືນຍົງ, ມີຫົວຄິດປະດິດສ້າງ, ມີຈຸດສຸມແມ່ນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ 2030 ຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ທີ່ການພົບປະລະຫວ່າງບັນດາການນຳອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຖືວ່າດ້ວຍການເຂົ້າຮ່ວມຂອງບັນດາການນໍາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະບັນດາກຸ່ມບໍລິສັດແຖວໜ້າຢູ່ພາກພື້ນ ແລະໃນໂລກ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 (WEF ASEAN 2018) ໄດ້ເຈາະຈິ້ມບັນດາຂໍ້ລິເລີ່ມ, ແນວຄວາມຄິດ ແລະວິໄສທັດໃຫ້ບັນດາປະເທດອາຊຽນຍາດແຍ່ງໂອກາດຂອງການປະຕິວັດອຸດສາຫະກໍາ 4.0, ຜ່ານນັ້ນປະກອບສ່ວນແກ້ໄຂບັນດາບັນຫາພັດທະນາໃຫຍ່ຂອງພາກພື້ນ.

ສໍາລັບຫວຽດນາມ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າລັດຖະບານຫວຽດນາມ ພວມຜັນຂະຫຍາຍການປ່ຽນແປງໃໝ່ຢ່າງແຮງ, ກໍ່ສ້າງລັດຖະບານແຫ່ງການສ້າງສັນ, ພັດທະນາ, ສັດຊື່ບໍລິສຸດ, ກະທໍາ, ຮັບໃຊ້ປະຊາຊົນ ແລະວິສາຫະກິດ; ຫວຽດນາມ ພວມເພີ່ມທະວີການຮ່ວມມື, ຍູ້ແຮງການປະຕິບັດບັນດາແຜນການກ່ຽວກັບປະຊາຄົມອາຊຽນ 2025.

ທ່ານ ຫງວຽນຊວນຟຸກ ຕີລາຄາສູງການໜູນຊ່ວຍ ແລະການຮ່ວມມືຢ່າງຕັ້ງໜ້າຂອງ IMF ແລະ WB  ສໍາລັບອາຊຽນໃນການສ້າງປະຊາຄົມ ແລະຊ່ວຍເຫຼືອບັນດາປະເທດສະມາຊິກອາຊຽນໃນການພັດທະນາແບບຍືນຍົງ, ຕິດຕາມກວດກາເສດຖະກິດມະຫາພາກ, ໃຫ້ຄຳປຶກສານະໂຍບາຍ, ບໍາລຸງສ້າງ ແລະໜູນຊ່ວຍດ້ານເຕັກນິກໃນຫຼາຍຂົງເຂດ. ທ່ານ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າດ້ວຍການຮ່ວມມືທີ່ມີຢູ່ແລ້ວ ແລະຄວາມຕັດສິນໃຈຂອງບັນດາຝ່າຍ, ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະໂຄງການດໍາເນີນງານ 2030 ຂອງສະຫະປະຊາຊາດຈະໄດ້ປະຕິບັດສຳເລັດຜົນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະໃນໂລກ.

ໂດຍ: ທະນາພອນ