ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ  ໄດ້ຢືນຢັນເຖິງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນຫວຽດນາມ ທີ່ສະໜັບສະໜູນໃຫ້ພາລະກິດປະຕິວັດຢ່າງຊອບທຳຂອງປະຊາຊົນກູບາອ້າຍນ້ອງ. ຫວຽດນາມ ຖືໄຊຊະນະຂອງກູບາ ຄືດັ່ງໄຊຊະນະຂອງຕົນ ແລະເຊື່ອໝັ້ນວ່າ, ພາຍໃຕ້ບັນດາມະຕິໂດຍກອງປະຊຸມໃຫຍ່ທີ VI, VII ຂອງພັກກອມມູນິດກູບາວາງອອກ, ກູບາຈະສືບຕໍ່ປະຕິບັດສໍາເລັດວິວັດທະນາການອັບເດດຮູບແບບເສດຖະກິດ ແລະສັງຄົມຂອງລັດທິສັງຄົມນິຍົມ, ເປີດໄລຍະພັດທະນາໃໝ່ຂອງກິດຈະການສ້າງສາປະເທດຊາດອະທິປະໄຕ, ເອກະລາດ, ສັງຄົມນິຍົມ, ປະຊາທິປະໄຕ, ຄວາມຈະເລີນຮຸ່ງເຮືອງ ແລະຍືນຍົງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງ Olga Lidia Tapia Iglesia. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບກູບາ ກ່ຽວກັບພາລະກິດປ່ຽນແປງໃໝ່, ບໍ່ພຽງແຕ່ບັນດາຜົນງານທີ່ບັນລຸໄດ້ເທົ່ານັ້ນ ຫາກຍັງນັບທັງບັນດາສິ່ງຈຳກັດ, ຄວາມອ່ອນດ້ອຍຄວນໄດ້ຮັບການແກ້ໄຂອີກດ້ວຍເພື່ອໃຫ້ກູບາ ຄົ້ນຄວ້າ, ທາບທາມໃນວິວັດການອັບເດດຮູບແບບ ເສດຖະກິດ-ສັງຄົມ ອີກດ້ວຍ. ຫວຽດນາມຍາມໃດກໍ່ຕີລາຄາສູງບັນດາບົດຮຽນຂອງກູບາ ໃນບັນດາຂົງເຂດຄືການເມືອງ-ແນວຄິດ, ການສຶກສາ...

ສ່ວນທ່ານນາງ Olga Lidia Tapia Iglesia ເນັ້ນໜັກວ່າ: ພັກ, ລັດ ແລະປະຊາຊົນກູບາ ຖືເປັນສຳຄັນການພົວພັນແບບພິເສດກັບພັກ, ລັດ ແລະປະຊາຊົນຫວຽດນາມ; ມີຄວາມປາດຖະໜາ ແລະຕັດສິນໃຈປະຕິບັດຄຳສັ່ງສອນຂອງປະທານໂຮ່ຈິມິນ ແລະຜູ້ບັນຊາການໃຫຍ່ Fidel Castro ໃນການຊຸກຍູ້ ແລະເຮັດໃຫ້ສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດເລິກເຊິ່ງ ແລະພັດທະນາຍິ່ງກ່ວາອີກ.

ໂດຍ: ບົວພອນ