ທີ່ການເຈລະຈາ, ສອງຝ່າຍໄດ້ຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວ ແລະເຂັ້ມແຂງໃນການພົວພັນສອງຝ່າຍດ້ວຍຄວາມເພິ່ງພໍໃຈ; ເຫັນດີເປັນເອກະພາບກັນສືບຕໍ່ປັບປຸງຄວາມໄວເນື້ອເຊື່ອໃຈດ້ານການເມືອງຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການຮ່ວມມືເສດຖະກິດບົນພື້ນຖານຂຸດຄົ້ນຄວາມສາມາດຂອງແຕ່ລະປະເທດຢ່າງສຸດຂີດ ແລະໝູນໃຊ້ບັນດາການຮ່ວມສຳພັນດ້ານເສດຖະກິດພວມພັດທະນາຢູ່ພາກພື້ນ, ໃນນັ້ນມີສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ງັອກທື

ເມື່ອແລກປ່ຽນກ່ຽວກັບສະພາບໃນພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບກັນປັບປຸງ ແລະຍູ້ແຮງການຮ່ວມມືຢູ່ບັນດາອົງການຈັດຕັ້ງພາກພື້ນ, ຄື: ອາຊຽນ; ຂັ້ນສູງອາຊີຕາເວັນອອກ (EAS); ເວທີປາໄສພາກພື້ນອາຊຽນ (ARF); ເວທີປາໄສຄວາມໝັ້ນຄົງທະເລອາຊຽນເປີດກວ້າງ (EAMF); ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+). ເນື່ອງໃນໂອກາດນີ້, ອົດສະຕາລີ ຢືນຢັນວ່າ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະໜູນຊ່ວຍເມື່ອຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

leftcenterrightdel
ທ່ານ ຫງວຽນກວ໊ກຢູງ ແລະທ່ານ Richard Maude. ພາບ: ງອັກທື

ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ທະເລຕາເວັນອອກຫວ່າງແລ້ວນີ້, ສອງຝ່າຍຍົກສູງຄວາມສຳຄັນຂອງການຮັກສາສັນຕິພາບ ແລະສະຖຽນລະພາບ, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ, ການບິນ; ເນັ້ນໜັກວ່າການປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ແກ້ໄຂຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການທາງການທູດ ແລະນິຕິກໍາ.

ສອງຝ່າຍເຫັນດີເປັນເອກະພາບກັນຈະຈັດຕັ້ງການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ-ປ້ອງກັນຊາດຫວຽດນາມ-ອົດສະຕາລີ ຄັ້ງທີ 7 ໃນເວລາເໝາະສົມໃນປີ 2019 ຢູ່ ອົດສະຕາລີ.

ໂດຍ: ທູຮັ່ງ