ທ່າມກາງບັນຍາກາດທີ່ອົບອຸ່ນ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນຄຳເຫັນຢ່າງແທດຈິງ; ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນມິດຕະພາບ, ຮ່ວມມືຫວຽດນາມ-ຍີ່ປຸ່ນ ພວມພັດທະນາຢ່າງດີງາມ, ແທດຈິງໃນທຸກໆຂົງເຂດຄືເສດຖະກິດ, ການເມືອງ, ການປ້ອງກັນຊາ-ປ້ອງກັນຄວາມສະຫງົບ, ກະສິກຳ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຊົມເຊີຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດທີ່ໄດ້ຈັດຕັ້ງ. ການນຳສອງທ່ານໄດ້ເຫັນດີເປັນເອກະພາບສູງກ່ຽວກັບບັນດາມາດຕະການ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງນັ້ນກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮອບດ້ານ ແລະແທດຈິງກວ່າອີກ.

ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຜ່ານການຮັກສາບັນດາການຢ້ຽມຢາມ ແລະພົບປະຂັ້ນສູງ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ແທດຈິງ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນຳສອງທ່ານເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດລະຫວ່າງສອງປະເທດຕາມຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດອຸດສາຫະກຳສຳຮອງ, ພະລັງງານ, ກະສິກຳເຕັກໂນໂລຢີສູງ, ພື້ນຖານໂຄງລ່າງຄຸນນະພາບສູງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ເຈລະຈາກັບທ່ານ Shinzo Abe. ພາບ: chinhphu.vn.

ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ, ລັດຖະບານຍີ່ປຸ່ນ ຖືເປັນສຳຄັນການພັດທະນາແບບຍືນຍົງຂອງຫວຽດນາມ ແລະຈະມານະພະຍາຍາມເພື່ອການພັດທະນາຂອງຫວຽດນາມ ຜ່ານການຊຸກຍູ້ບັນດາໂຄງການ ODA ແລະການລົງທຶນຂອງວິສາຫະກິດ ຍີ່ປຸ່ນ ເຂົ້າຫວຽດນາມ.

ກ່ຽວກັບບັນຫາຢູ່ພາກພື້ນ ແລະສາກົນ, ນາຍົກລັດຖະມົນຕີສອງທ່ານຢືນຢັນວ່າຮ່ວມມືເພື່ອຮັບປະກັນຄວາມສຳເລັດໃຫ້ແກ່ກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10, ພ້ອມກັນມານະພະຍາຍາມຊຸກຍູ້ສາຍພົວພັນອາຊຽນ-ຍີ່ປຸ່ນ ເມື່ອຫວຽດນາມ ມີບົດບາດເປັນຜູ້ປະສານງານອາຊຽນ-ຍີ່ປຸ່ນ ໃນໄລຍະເວລາແຕ່ເດືອນສິງຫາ 2018 ຫາເດືອນສິງຫາ 2021; ຢືນຢັນເຖິງຄວາມຕັດສິນໃຈພ້ອມກັນຊຸກຍູ້ເພື່ອສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ມີຜົນສັກສິດ, ໄດ້ຮັບການປະຕິບັດ, ຊຸກຍູ້ບັນດາວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໂດຍໄວ.

ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີສອງທ່ານໄດ້ຢືນຢັນເຖິງຄວາມສຳຄັນຂອງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ, ແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ປະຕິບັດຖະແຫລງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ປັບປຸງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ.

ໂດຍ: ທູຮັ່ງ