ກ່າວຄຳເຫັນກ່ອນທີ່ໄຂວາລະປະຊຸມຄົບຄະນະຄັ້ງທີ 3 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 73 ໂດຍການມີໜ້າຂອງຜູ້ຕາງໜ້າ 193 ປະເທດສະມາຊິກສະຫະປະຊາຊາດ, ທ່ານນາງ Maria Fernanda Espinosa Garces ປະທານສະມັດຊາໃຫຍ່ ໄດ້ແຈ້ງຂ່າວກ່ຽວກັບການລ່ວງລັບໄປຂອງທ່ານ ເຈິ່ນດ້າຍກວາງ, ປະທານປະເທດຫວຽດນາມ ພ້ອມທັງສະແດງຄວາມເສຍໃຈ ແລະແບ່ງເບົາຄວາມທຸກໂສກກັບຄອບຄົວຂອງປະທານ, ລັດຖະບານ ແລະປະຊາຊົນຫວຽດນາມ, ສະເໜີຜູ້ຕາງໜ້າບັນດາປະເທດເຂົ້າຮ່ວມວາລະປະຊຸມກົ້ມຫົວເປັນເວລາໜຶ່ງນາທີເພື່ອໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ.

leftcenterrightdel
ທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ . ພາບ: ສຳນັກຂ່າວສານຫວຽດນາມ.

ພາຍຫຼັງກົ້ມຫົວໄວ້ອາໄລເປັນເວລາໜຶ່ງນາທີ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ້ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ, ໄດ້ກ່າວຄຳເຫັນສະແດງຄວາມຂອບອົກຂອບໃຈຕໍ່ເພື່ອນມິດສາກົນທີ່ໄດ້ແບ່ງເບົາຄວາມທຸກໂສກ, ການສູນເສຍຢ່າງໃຫຍ່ຫຼວງກັບປະຊາຊົນຫວຽດນາມ ຕໍ່ການລ່ວງລັບໄປຂອງທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ.

ກ່ອນໜ້ານັ້ນໃນວັນດຽວກັນ, ໂຄໂສກຂອງທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ອອກຖະແຫຼງການສະແດງຄວາມເສົ້າສະຫຼົດໃຈຕໍ່ການລ່ວງລັບໄປຂອງທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ.

ຖະແຫຼງການຂອງທ່ານ Stephane Dujaric ໂຄໂສກສະຫະປະຊາຊາດ ໃຫ້ຮູ້ວ່າ, ທ່ານ ເລຂາທິການໃຫຍ່ສະແດງຄວາມເສົ້າສະຫຼົດໃຈ ແລະແບ່ງເບົາຄວາມທຸກໂສກກັບຄອບຄົວຂອງທ່ານ ເຈິ່ນດ້າຍກວາງ, ລັດຖະບານ ແລະປະຊາຊົນຫວຽດນາມ.

ຖະແຫຼງການມີເນື້ອໃນວ່າ “ໂດຍແມ່ນເພື່ອນມິດຂອງສະຫະປະຊາຊາດ ແລະແມ່ນຜູ້ສວມບົດບາດສຳຄັນໃນການຊຸກຍູ້ການພັດທະນາຂອງຫວຽດນາມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຍາມໃດກໍ່ຈະໄດ້ຮັບການອາໄລຫາທັງຢູ່ພາຍໃນ ແລະຕ່າງປະເທດ”.

ໂດຍ: ຄຳສີ