ວັນທີ 21 ກັນຍາ, ກ່າວຄຳເຫັນທີ່ວາລະໄຂ, ທ່ານນາງ ດັ້ງທິງອັກທິ້ງ ຕີລາຄາສູງບັນດາການປະກອບສ່ວນຂອງເວທີປາໄສແມ່ຍິງ ອາຊີ-ເອີລົບ ໃນການເຊື່ອມຕໍ່ແມ່ຍິງຢູ່ບັນດາປະເທດ, ບັນດາພື້ນຖານວັດທະນະທຳອາຊີ, ເອີລົບທີ່ແຕກຕ່າງກັນ, ມານະພະຍາຍາມຊຸກຍູ້ບົດບາດຂອງແມ່ຍິງໃນທຸກຂົງເຂດຂອງຊີວິດສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະພັດທະນາແບບຍືນຍົງ.

leftcenterrightdel
ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະເວທີປາໄສແມ່ຍິງອາຊີ-ເອີລົບຄັ້ງທີ 2. ພາບ: nhandan.com.vn.

ທ່ານນາງ ດັ້ງທິງອັກທິ້ງ ເນັ້ນໜັກວ່າ, ຫວຽດນາມ ນັບມື້ນັບເອົາໃຈໃສ່ເປັນພິເສດເຖິງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະມອບສິດໃຫ້ແມ່ຍິງ; ວາງອອກບັນດາເປົ້າໝາຍລະອຽດໃນຂົງເຂດນີ້, ໃນນັ້ນມີການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນບັນດາຕຳແໜ່ງຄຸ້ມຄອງ, ນຳພາ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສແມ່ຍິງອາຊີ-ເອີລົບຄັ້ງທີ 2. ພາບ: nhandan.com.vn.

ທ່ານນາງ ດັ້ງທິງອັກທິ້ງ ໄດ້ຮຽກຮ້ອງໃຫ້ແມ່ຍິງໄປນຳໜ້າໃນເລື່ອງຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ ແລະການຮ່ວມມືກັບສາກົນ, ມານະພະຍາຍາມຮ່ຳຮຽນ;  ແຕ່ລະປະເທດຕ້ອງຖືການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະເພີ່ມກາລະໂອກາດໃຫ້ແກ່ແມ່ຍິງແມ່ນໜຶ່ງໃນບັນດາໜ້າທີ່ບຸລິມະສິດ… 

ໃນວັນດຽວກັນ, ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ພົບປະກັບທ່ານ V. Matvienko ປະທານສະພາສະຫະພັນລັດເຊຍ.

ໂດຍ: ສົມເພັດ