ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງທ່ານ ສຈ.ປອ ຫງວຽນຊວນທັ໋ງ, ເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ; ທ່ານ Umeda Kunio, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຍີ່ປຸ່ນ  ປະຈຳ ຫວຽດນາມ; ພ້ອມກັບນັກຄຸ້ມຄອງ, ນັກວິທະຍາສາດ ຫວຽດນາມ ແລະຍີ່ປຸ່ນ ເປັນຈຳນວນຫຼວງຫຼາຍ. ນີ້ແມ່ນເຫດການນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ (21-9-1973/21-9-2018).

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: ວັນຮ໋ຽວ.

ກອງປະຊຸມສຳມະນາຕີລາຄາວ່າ, ໃນ 45 ປີ ຜ່ານມາ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ, ການພົວພັນມິດຕະພາບຫວຽດນາມ-ຍີ່ປຸ່ນ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ພາຍຫຼັງແຕ່ລະໄລຍະລ້ວນແຕ່ເປີດອອກບັນດາຂອບເຂດຮ່ວມມືໃໝ່, ມີປະສິດທິຜົນ ແລະແທດຈິງ. ຈາກຂອບເຂດການພົວພັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະປະຈຸບັນແມ່ນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ.

ບົດປະກອບຄຳເຫັນຂອງບັນດານັກບັນລະຍາຍທີ່ກອງປະຊຸມສຳມະນາຢືນຢັນວ່າ, ເພື່ອເຮັດໃຫ້ການພົວພັນສອງຝ່າຍສືບຕໍ່ພັດທະນາ, ຫວຽດນາມ ແລະຍີ່ປຸ່ນ ຄວນຊຸກຍູ້ການຮ່ວມມື, ຍົກສູງປະສິດທິຜົນການເຊື່ອມຕໍ່ ແລະການຮ່ວມມືດ້ານເສດຖະກິດ; ເສີມຂະຫຍາຍ ແລະຍົກສູງປະສິດທິຜົນການພົວພັນໜູນຊ່ວຍພັດທະນາ, ໂດຍສະເພາະແມ່ນການໜູນຊ່ວຍຂອງ ຍີ່ປຸ່ນ ໃຫ້ ຫວຽດນາມໃນບັນດາໂຄງການຮ່ວມມືຍຸດທະສາດໃໝ່; ເພີ່ມທະວີການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ, ກໍ່ສ້າງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອ ເຊື່ອໃຈລະຫວ່າງປະຊາຊົນສອງປະເທດ.

ໂດຍ: ແສງເດືອນ