leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນຊີ້ນຳທີ່ວາລະປະຊຸມ. ພາບ: ມິງຮຶງ.

ສະຫຼຸບວາລະປະຊຸມ, ຮັບຮູ້ບັນດາຄຳເຫັນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຄວນຈັດຕັ້ງ, ແບ່ງວຽກ, ກະຕຸກຊຸກຍູ້ຜັນຂະຫຍາຍຢ່າງເໝາະສົມໃນການຈັດຕັ້ງປະຕິບັດ, ຮັບປະກັນຄຸນນະພາບໃນການກໍ່ສ້າງລັດຖະບານເອເລັກໂຕນິກ. ຊົມເຊີຍບາງກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວກັບການແກ້ໄຂວຽກງານຜ່ານທາງອິນເຕີແນັດ, ສະໜອງການບໍລິການສາທາລະນະໃຫ້ປະຊາຊົນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ລັດຖະມົນຕີ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຮັບຜິດຊອບຜັນຂະຫຍາຍລັດຖະບານເອເລັກໂຕນິກຢູ່ໃນຂອບຂະໜາດກະຊວງ, ຂະແໜງການ, ທ້ອງຖິ່ນຂອງຕົນເອງຄຸ້ມຄອງ. ຕ້ອງສືບທອດ, ພັດທະນາບັນດາແອັບພຼີເຄຊັນເຕັກໂນໂລຢີຂໍ້ມູນຂ່າວສານ, ກໍ່ສ້າງລັດຖະບານເອເລັກໂຕນິກຕາມການຊີ້ນຳຂອງກົມການເມືອງ, ຂອງລັດຖະບານ, ຂອງນາຍົກລັດຖະມົນຕີຢ່າງຂ້ຽວຂາດກວ່າ, ຕໍ່ເນື່ອງກວ່າ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາຜູ້ແທນທີ່ວາລະປະຊຸມ. ພາບ: ມິງຮຶງ.

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫ້ອງວ່າການລັດຖະບານແມ່ນອົງການປະຈຳການປະຕິບັດການຕິດຕາມ, ກະຕຸກຊຸກຍູ້, ກວດກາສະພາບການປະຕິບັດບັນດາຄຳເຫັນຊີ້ນຳຂອງລັດຖະບານ, ຂອງນາຍົກລັດຖະມົນຕີ ກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກ, ພ້ອມທັງປາດຖະໜາຢາກໃຫ້ບັນດາຂະແໜງການຂັ້ນຕ່າງໆຈົ່ງພ້ອມກັນເຂົ້າຮ່ວມກໍ່ສ້າງລັດຖະບານເອເລັກໂຕນິກໃຫ້ປະສົບຜົນສຳເລັດ.

ໂດຍ: ແສງເດືອນ