ທີ່ການຕ້ອນຮັບ, ທ່ານ ເຈິ່ນດ້າຍກວາງ ໄດ້ຕີລາຄາສູງ ASOSAI, ອົງການຈັດຕັ້ງບັນດາອົງການກວດສອບສູງສຸດຂອງ 46 ປະເທດຢູ່ອາຊີ ແລະແມ່ນໜຶ່ງໃນ 7 ກຸ່ມເຮັດວຽກຂອງອົງການຈັດຕັ້ງສາກົນບັນດາອົງການກວດສອບສູງສຸດ (INTOSAI), ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ຍາມໃດກໍ່ນຳໜ້າໃນຂົງເຂດກວດສອບ, ມີບັນດາການປະກອບສ່ວນທີ່ໃຫຍ່ຫຼວງສຳລັບການພັດທະນາຂອງປະຊາຄົມບັນດາອົງການກວດສອບສູງສຸດພາກພື້ນ ແລະສາກົນ, ກໍ່ຄືແຕ່ລະອົງການກວດສອບສູງສຸດສະມາຊິກ, ໃນນັ້ນມີອົງການກວດສອບແຫ່ງລັດຫວຽດນາມ.

leftcenterrightdel
ທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ ແລະຫົວໜ້າບັນດາອົງການກວດສອບສູງສຸດອາຊີ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ສະແດງຄວາມຂອບອົກຂອບໃຈ ASOSAI ທີ່ໄດ້ເຊື່ອໝັ້ນມອບໃຫ້ອົງການກວດສອບແຫ່ງລັດຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI ຄັ້ງທີ 14 ແລະດຳລົງຕຳແໜ່ງເປັນປະທານ ASOSAI ອາຍຸການ 2018-2021; ຂອບໃຈການຊ່ວຍເຫຼືອຢ່າງຕັ້ງໜ້າ, ມີປະສິດທິຜົນຂອງ ASOSAI ສຳລັບຫວຽດນາມ; ຕີລາຄາສູງບົດບາດນັບມື້ນັບສຳຄັນຂອງບັນດາອົງການກວດສອບສູງສຸດໃນການພັດທະນາແບບຍືນຍົງຂອງບັນດາປະເທດ ແລະພາກພື້ນຜ່ານການຕິດຕາມກວດກາການເຄື່ອນໄຫວຄຸ້ມຄອງ, ນຳໃຊ້ແຫຼ່ງກຳລັງ; ປະກອບສ່ວນຍົກສູງປະສິດທິຜົນການນຳໃຊ້ງົບປະມານ ແລະ ຊັບສິນສາທາລະນະຂອງປະເທດຕ່າງໆ.

ເນື່ອງໃນໂອກາດນີ້, ທ່ານ ເຈິ່ນດ້າຍກວາງ ປາດຖະໜາວ່າ INTOSAI ແລະ ASOSAI ກໍ່ຄືບັນດາອົງການສະມາຊິກຍູ້ແຮງການຮ່ວມມື, ປະຕິບັດບັນດາຂໍ້ລິເລີ່ມ ແລະມາດຕະການເພື່ອໃຫ້ພື້ນຖານການເງິນສາທາລະນະມີຄວາມໝັ້ນຄົງ ແລະຍືນຍົງ; ຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານບັນດາຂໍ້ລິເລີ່ມກ່ຽວກັບການກວດສອບສິ່ງແວດລ້ອມ; ເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນ, ໂດຍສະເພາະແມ່ນການກໍ່ສ້າງ, ບຳລຸງໃຫ້ນັກກວດສອບ ແລະໜູນຊ່ວຍກວດສອບແຫ່ງລັດຫວຽດນາມ ສືບຕໍ່ປະຕິບັດພາລະໜ້າທີ່ເປັນຢ່າງດີ, ພ້ອມທັງສຳເລັດພາລະໜ້າທີ່ສຳຄັນແມ່ນປະທານ ASOSAI ອາຍຸການ 2018-2021.

ໂດຍ: ສົມເພັດ