ທີ່ພິທີ, ທ່ານ ຟ້າມມິງຈິງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ ໄດ້ເນັ້ນໜັກເຖິງນໍ້າໃຈມິດຕະພາບ,  ຄວາມສັດຊື່ບໍລິສຸດ ແລະຄວາມໄວ້ເນື້ອເຊື່ອໃຈຢ່າງສູງກ່ຽວກັບດ້ານການເມືອງແມ່ນພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືອັນແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່່າງສອງປະເທດ.  ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່່າ ໄປຄຽງຄູ່່ກັບການພົວພັນການທູດລະຫວ່າງລັດ ແລະປະຊາຊົນນັ້ນ, ການພົວພັນທາງການທູດລະຫວ່າງລັດຖະສະພາສອງປະເທດ ກໍ່ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ຟ້າມມິງຈິງ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ ກ່າວຄໍາເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Umeda Kumio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາຫວຽດນາມ ໃຫ້ຮູ້ວ່າເພື່ອເປັນການຂໍ່ານັບຮັບຕ້ອນເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ, ມາຮອດປັດຈຸບັນໄດ້ມີບັນດາກິດຈະກໍາໃນລະບົບການເຄື່ອນໄຫວສະເຫຼີມສະຫຼອງກວ່າ 120 ເຫດການໄດ້ຈັດຂຶ້ນຢູ່ສອງປະເທດແລ້ວ. ນອກຈາກນັ້ນ, ຮອດທ້າຍປີ 2018, ຄາດວ່າຈະໄດ້ຈັດຕັ້ງເຫດການຕື່ມອີກກວ່າ 50 ເຫດການ.

ແຫຼ່ງຄັດຈາກ vovworld.vn