ນີ້ແມ່ນໜຶ່ງໃນບັນດາກາລະໂອກາດສະດວກເພື່ອໃຫ້ຫວຽດນາມຜ່ານຜ່າບັນດາສິ່ງທ້າທາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ກໍານົດໄວ້, ນັ້ນແມ່ນ “ສະພາບການໂລກປ່ຽນແປງຢ່າງວ່ອງໄວ, ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້”, ກໍຄືໃນສະພາບຍຸກສະໄໝອຸດສາຫະກໍາ 4.0 ກໍາລັງລະເບີດຂຶ້ນຢ່າງແຮງ.

ພ້ອມກັບທ່າອ່ຽງຈໍາເປັນຂອງການເຊື່ອມໂຍງ, ການພົບປະແລກປ່ຽນສາກົນ, ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດສືບຕໍ່ເພີ່ມປະລິມານ ແລະຄຸນນະພາບ, ມີຫຼາຍຮູບຫຼາຍແບບກ່ຽວກັບພາກສ່ວນຕ່າງໆ. ຈໍານວນນັກສຶກສາ, ແຮງງານສົ່ງອອກ... ນັບມື້ນັບເພີ່ມຂຶ້ນ. ຕາມສະຖິຕິຂອງຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ປັດຈຸບັນມີຊາວຫວຽດນາມປະມານ 4,5 ລ້ານຄົນກໍາລັງດໍາລົງຊີວິດ, ທໍາມາຫາກິນຢູ່ 110 ກວ່າປະເທດ ແລະເຂດແຄວ້ນ. ນີ້ແມ່ນແຫຼ່ງກໍາລັງອັນລໍ້າຄ່າໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.

ຕາມທ່ານ ເລືອງແທງງິ ຮອງປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ: ປີ 2017, ກະຊວງການຕ່າງປະເທດ ພ້ອມກັບບັນດາອົງການຢູ່ພາຍໃນປະເທດ, ສົມທົບກັບກຸ່ມນັກຊ່ຽວຊານຫວຽດນາມໃນທົ່ວໂລກ (AVSE), ກຸ່ມຂໍ້ລິເລີ່ມຫວຽດນາມ ຈັດຕັ້ງ “ເວທີປາໄສການເຊື່ອມຈອດບັນດາວິສາຫະກິດເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງຂອງຊາວຫວຽດນາມທີ່ອາໄສຢູ່ອາເມລິກາ ແລະຫວຽດນາມ” ຢູ່ San Francisco  ແລະ ນິວຢອກ ເປັນຄັ້ງທຳອິດ. ທ່ານ ເລືອງແທງງິ ເນັ້ນໜັກວ່າ: “ນີ້ແມ່ນກາລະໂອກາດດີທີ່ສຸດເພື່ອສ້າງເງື່ອນໄຂໃຫ້ແກ່ບັນດາເພື່ອນໜຸ່ມຫວຽດນາມ ຢູ່ຕ່າງປະເທດສະໜິດຕິດພັນກັບພາຍໃນປະເທດ, ເຊື່ອມຈອດກັບວົງການເລີ່ມທຸລະກິດໜຸ່ມ ແລະບັນດາອົງການຄຸ້ມຄອງຢູ່ພາຍໃນປະເທດ, ຈາກນັ້ນສ້າງຄວາມກົມກຽວ, ເຂົ້າໃຈເຊິ່ງກັນ ແລະກັນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດບັນລຸໄດ້ບັນດາຜົນງານດັ່ງກ່າວ ເຊິ່ງບໍ່ອາດຂາດໄດ້ບົດບາດສໍາຄັນຂອງບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຢູ່ຕ່າງປະເທດ, ໃນນັ້ນມີບົດບາດ “ຂົວເຊື່ອມຕໍ່” ຂອງບັນດາເອກອັກຄະລັດຖະທູດ. ຕາມທ່ານ     ດວ່ານຊວນຮຶງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເຢຍລະມັນ ແລ້ວ: ປະຊາຄົມຊາວຫວຽດນາມອາໄສຢູ່ເຢຍລະມັນ ມີປະມານ 170.000 ຄົນ. ໃນຊຸມປີຜ່ານມາ, ສະຖານທູດໄດ້ໜູນຊ່ວຍປະຊາຄົມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ຊຸກຍູ້ຂະບວນການຮັກສາ ແລະພັດທະນາວັດທະນະທໍາຂອງຊາດໃນປະຊາຄົມຊາວຫວຽດນາມ; ພ້ອມທັງສົມທົບກັບກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແລະກະຊວງການຕ່າງປະເທດ ຈັດຕັ້ງບັນດາເຫດການວັດທະນະທໍາດ້ວຍການເຂົ້າຮ່ວມຂອງປະຊາຄົມຊາວຫວຽດນາມອາໄສຢູ່ເຢຍລະມັນ.

ໃນສະພາບການເມືອງໃນໂລກໃນໄລຍະຜ່ານມາມີການຜັນແປຢ່າງສັບສົນ, ເພື່ອໃຫ້ວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ ສືບຕໍ່ເຊື່ອມຕົວເຂົ້າກັບຍຸກສະໄໝ, ປະຕິບັດບັນດາໜ້າທີ່ເຊິ່ງພັກໄດ້ວາງອອກຢູ່ກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ ນັ້ນແມ່ນ “ດຶງດູດ, ເສີມຂະຫຍາຍທຸກແຫຼ່ງກໍາລັງປະດິດສ້າງຂອງປະຊາຊົນຢ່າງແຮງ”, ເລື່ອງສືບຕໍ່ຊາບຊຶມບັນດາທັດສະນະຂອງພັກ, ລັດກ່ຽວກັບວຽກງານຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ໃຫ້ຄໍາປຶກສາລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖິ່ນ... ແມ່ນຈໍາເປັນທີ່ສຸດ. ຄຽງຂ້າງນັ້ນ, ຄວນເພີ່ມທະວີການດຶງດູດ, ເສີມຂະຫຍາຍແຫຼ່ງກໍາລັງລົງທຶນ, ການຄ້າ, ພູມປັນຍາ, ພິເສດແມ່ນຈາກປັນຍາຊົນ, ນັກວິສາຫະກິດ, ຊາວຫວຽດນາມຜູ້ໜຸ່ມແໜ້ນທີ່ອາໄສຢູ່ຕ່າງປະເທດຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາປະເທດຊາດ.

ໂດຍ: ຮວ່າງເຈື່ອງ