leftcenterrightdel
ທ່ານ ເຈິ່ນດ້າຍກວາງ, ກໍາມະການກົມການເມືອງ, ປະທານປະເທດ, ຫົວໜ້າຄະນະຊີ້ນໍາການປະຕິຮູບຕຸລາການສູນກາງເປັນປະທານກອງປະຊຸມ. ພາບ: ຈ໋ຽນຖັ໋ງ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີບັນດາອົງການຮຽບຮຽງແຜນຮ່າງ ແລະອົງການປະຈໍາການຂອງຄະນະຊີ້ນໍາການປະຕິຮູບຕຸລາການສູນກາງແມ່ນຄະນະການເມືອງພາຍໃນສູນກາງຮັບເອົາບັນດາຄໍາຄິດເຫັນຂອງບັນດາສະມາຊິກຢ່າງຄົບຖ້ວນເພື່ອເພີ່ມເຕີ່ມ, ປັບປຸງບັນດາແຜນຮ່າງໃຫ້ສົມບູນ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ໋ຽນຖັ໋ງ.

ກ່ຽວກັບແຜນຮ່າງປັບປຸງ, ເພີ່ມເຕີ່ມລະບຽບການເຮັດວຽກຂອງຄະນະຊີ້ນໍາອາຍຸການ 2016-2021, ທ່ານປະທານປະເທດ ເນັ້ນໜັກວ່າ, ລະບຽບການນີ້ໄດ້ຮັບການສ້າງຂຶ້ນບົນພື້ນຖານພາລະບົດບາດ, ໜ້າທີ່ເຊິ່ງຄະນະຊີ້ນໍາການປະຕິຮູບຕຸລາການສູນກາງໄດ້ມອບໝາຍໃຫ້ ແລະໄດ້ຮັບການປະຕິບັດໃນຫຼາຍອາຍຸການມານີ້ແມ່ນບໍ່ຖືກກີດຂວາງ ແລະສອດຄ່ອງ.

leftcenterrightdel
ທ່ານ ອວງຈູລືວ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ໋ຽນຖັ໋ງ.

ສໍາລັບແຜນຮ່າງ “ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງບັນດາອົງການຕຸລາການໃນກອງທັບ” ທ່ານປະທານປະເທດ ຖືວ່າ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດໄດ້ປະຕິບັດຄໍາເຫັນຊີ້ນໍາຂອງຄະນະຊີ້ນໍາການປະຕິຮູບຕຸລາການສູນກາງຢ່າງເຂັ້ມງວດ... ທ່ານປະທານປະເທດ ສະເໜີກະຊວງປ້ອງກັນປະເທດຮັບເອົາບັນດາຄໍາຄິດເຫັນທີ່ຖືກຕ້ອງຊັດເຈນຢູ່ວາລະກອງປະຊຸມເພື່ອປະຕິບັດສໍາເລັດແຜນຮ່າງກ່ອນທີ່ຍື່ນຕໍ່ບັນດາອົງການມີສິດອຳນາດຕັດສິນ.

leftcenterrightdel
ທ່ານພົນໂທ ເລຈຽມ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຈ໋ຽນຖັ໋ງ.

ກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃນການເຄື່ອນໄຫວຕຸລາການຢູ່ບັນດາທ້ອງຖິ່ນ, ທ່ານປະທານປະເທດ ເຫັນດີເປັນເອກະພາບຕໍ່ບັນດາຄໍາຄິດເຫັນຂອງບັນດາສະມາຊິກໃນຄະນະຊີ້ນໍາການປະຕິຮູບຕຸລາການສູນກາງ. ຕາມນັ້ນແລ້ວ, ບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງໃນວິວັດການຜັນຂະຫຍາຍການປະຕິບັດທີ່ມີລັກສະນະຮີບດ່ວນຕ້ອງໄດ້ຮັບການຊີ້ນໍາແກ້ໄຂໃນທັນທີ, ບໍ່ໃຫ້ຊັກຊ້າແກ່ຍາວ...

 

ໂດຍ: ເກື່ອງດັ້ງ