ທ່ານ Sven Mikser ສະແດງຄວາມເຊື່ອໝັ້ນວ່າການພົວພັນສອງປະເທດຈະພັດທະນາຢ່າງແຮງ, ເປັນຕົ້ນແມ່ນກ່ຽວກັບການພັດທະນາດ້ານເສດຖະກິດ, ການຄ້າ. ແອັສໂຕນີ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບເສດຖະກິດດີຈີຕອນ, ບໍລິການດີຈີຕອນກັບຫວຽດນາມ, ຊ່ວຍລັດຖະບານຫວຽດນາມ ຍູ້ໄວການກໍ່ສ້າງລັດຖະບານເອເລັກໂຕນິກ, ເພີ່ມທະວີຄວາມໂປ່ງໃສ, ປະຢັດງົບປະມານ. ເມື່ອເນັ້ນໜັກເຖິງແອັດສໂຕນີ ສະໜັບສະໜູນທ່າອ່ຽງການຄ້າເສລີ, ທ່ານ Sven Mikser ຢັ້ງຢືນວ່າ, ແອັດສໂຕນີ ຈະມານະພະຍາຍາມເພື່ອໃຫ້ສະຫະພັນເອີລົບ ຍູ້ໄວການລົງນາມໃນສັນຍາການຄ້າເສລີ (FTA) ກັບຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Sven Mikser ລັດຖະມົນຕີການຕ່າງປະເທດແອັດສໂຕນີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຖືວ່າ, ປະສົບການຂອງແອັດສໂຕນີ ກ່ຽວກັບລັດຖະບານເອເລັກໂຕນິກແມ່ນບົດຮຽນທີ່ດີໃຫ້ແກ່ຫວຽດນາມ ແລະປາດຖະໜາຢາກເພີ່ມທະວີການຮ່ວມມືກັບແອັດສໂຕນີ ໃນຂົງເຂດນີ້, ພ້ອມທັງຕີລາຄາສູງການສົມທົບກັນຂອງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍ, ຫວັງວ່າແອັດສໂຕນີ ຈະຊຸກຍູ້ອີຢູໃນການລົງນາມ FTA ກັບຫວຽດນາມ.

ໂດຍ: ທູຈາງ