ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ຈີນ
ກປ.ອອນໄລ - ໃນວັນທີ 11 ກັນຍາ, ທີ່ Nanning ສັງກັດເຂດປົກຄອງຕົນເອງຊົນເຜົ່າຈວາງກວາງຊີ, ສປປ ຈີນ, ທ່ານ ເວືອງດິ່ງເຫວ້, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີແຫ່ງສສ ຫວຽດນາມ ໄດ້ພົບປະເຈລາຈາກັບທ່ານ Han Zheng, ກໍາມະການຜູ້ປະຈໍາການກົມການເມືອງ, ຮອງນາຍົກລັດຖະມົນຕີລັດຖະບານແຫ່ງສປ ຈີນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການຄ້າ ແລະການລົງທຶນ ຈີນ-ອາຊຽນ(CABIS) ແລະງານຕະຫຼາດນັດຈີນ-ອາຊຽນ (CAEXPO) ຄັ້ງທີ 15.
ທ່ານ ເວືອງດິ່ງເຫວ້ ຕີລາຄາສູງເລື່ອງ ຈີນ ຈັດຕັ້ງກອງປະຊຸມ CABIS ແລະງານຕະຫຼາດນັດ CAEXPO ຄັ້ງທີ 15, ທີ່ມີຄວາມໝາຍສໍາຄັນເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງການ ພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນ. ທ່ານ ເວືອງດິ່ງເຫວ້ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ໃນໄລຍະຜ່ານມາ, ການພົວພັນລະຫວ່າງສອງພັກ, ສອງລັດຮັກສາໄດ້ທ່າພັດທະນາຢ່າງຕັ້ງໜ້າ ແລະບັນລຸໄດ້ບັນດາຄວາມຄືບໜ້າໃໝ່ດ້ວຍບັນດາຄວາມຮັບຮູ້ລວມທີ່ສໍາຄັນຜ່ານການຢ້ຽມຢາມ, ພົບປະແລກປ່ຽນຂອງບັນດາການນໍາຂັ້ນສູງສອງປະເທດ...
    |
 |
ທ່ານ ເວືອງດິ່ງເຫວ້, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີແຫ່ງສສ ຫວຽດນາມ ແລະທ່ານ Han Zheng, ກໍາມະການຜູ້ປະຈໍາການກົມການເມືອງ, ຮອງນາຍົກລັດຖະມົນຕີ ລັດຖະບານແຫ່ງ ສປ ຈີນ. ພາບ: vov.vn. |
ທ່ານ ເວືອງດິ່ງເຫວ້ ສະເໜີຝ່າຍ ຈີນ ສືບຕໍ່ມີບັນດານະໂຍບາຍ ແລະມາດຕະການທີ່ມີຜົນປະໂຫຍດເພື່ອປັບປຸງສະພາບການນຳເຂົ້າເກີນດຸນຂອງ ຫວຽດນາມ ກວ່າອີກ; ສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າຫວຽດນາມ, ເປັນຕົ້ນແມ່ນຜະລິດຕະພັນກະເສດນໍາເຂົ້າຕະຫຼາດຈີນ...
ກ່ຽວກັບບັນຫາບົນທະເລ, ທ່ານ ເວືອງດິ່ງເຫວ້ ສະເໜີສອງຝ່າຍຄວນເຄົາລົບຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດຢ່າງເຂັ້ມງວດ, ເປັນຕົ້ນແມ່ນ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນໍາແກ້ໄຂບັນຫາບົນທະເລ”, ກວດກາຄວາມບໍ່ລົງລອຍກັນບົນທະເລ, ເດັດດຽວແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະພາກພື້ນ.
ທ່ານ Han Zheng ເປັນຕາງໜ້າໃຫ້ພັກ, ລັດ ຈີນ ຊົມເຊີຍທ່ານ ເວືອງດິ່ງເຫວ້ ແລະຄະນະຜູ້ແທນລັດຖະບານຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ CAEXPO ແລະກອງປະຊຸມ CABIS ຄັ້ງທີ 15; ຢືນຢັນສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມນັບຖືຂອງລັດຖະບານ ຫວຽດນາມ ສໍາລັບການພົວພັນ ຈີນ-ຫວຽດນາມ ກໍ່ຄືການຮ່ວມມື ຈີນ-ອາຊຽນ...
ໂດຍ: ເກື່ອງດັ້ງ