ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຍ້ອງຍໍ ແລະຊົມເຊີຍບັນດາວິລະກໍາ, ຜົນງານດີເລີດ ເຊິ່ງກໍາລັງຕໍາຫຼວດທະເລຫວຽດນາມ ບັນລຸໄດ້ໃນຕະຫຼອດໄລຍະທາງອັນສະຫງ່າລາສີ 20 ປີທີ່ຜ່ານມາ; ຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນ, ພິເສດແມ່ນຊາວປະມົງທີ່ມີຜົນງານດີເດັ່ນໄດ້ເຂົ້າຮ່ວມພິທີເຊີດຊູ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໃນໂອກາດນີ້.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn.

ທ່ານ ເຈິ່ນດ້າຍກວາງ ເນັ້ນໜັກວ່າໃນໄລຍະຈະມາເຖິງ, ກໍາລັງຕໍາຫຼວດທະເລ ຄວນສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງເພື່ອກໍາແໜ້ນ, ເປັນເຈົ້າການໃນການສັງລວມ, ໄຈ້ແຍກ, ຄາດຄະເນສະພາບການຢ່າງຊັດເຈນ; ທັນການເພື່ອສະເໜີຕໍ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ເປັນເສນາທິການກັບ ພັກ, ລັດ  ແກ້ໄຂບັນດາກໍລະນີຢູ່ທະເລຢ່າງມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

ເສີມຂະຫຍາຍໝາກຜົນບັນລຸໄດ້ໃນການຜັນຂະຫຍາຍປະຕິບັດຮູບແບບ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ”, ໃນໄລຍະຈະມາເຖິງ ທ່ານ ເຈິ່ນດ້າຍກວາງ ຮຽກຮ້ອງໃຫ້ກໍາລັງຕໍາຫຼວດທະເລ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງບັນດາຕາແສງ, ເມືອງເກາະ, ບັນດາອົງການ, ກົມກອງພາຍໃນ ແລະນອກກອງທັບ, ພ້ອມທັງປຸກລະດົມບັນດາແຫຼ່ງກໍາລັງສັງຄົມ ເພື່ອຮ່ວມເດີນທາງພ້ອມກັບຊາວປະມົງຢ່າງເລິກເຊິ່ງ ແລະແທດຈິງ.

ໂດຍ: ຮວ່າງເຈື່ອງ