ກ່າວຄໍາເຫັນທີ່ພິທີໄຂຊຸດບໍາລຸງ, ທ່ານ ຟ້າມມິງຈິງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ຊີ້ແຈ້ງວ່າ: ການເຕີບໃຫຍ່ ແລະພັດທະນາຖັນແຖວພະນັກງານແມ່ນປັດໄຈສໍາຄັນ, ຕັດສິນບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ໃນນັ້ນ, ວຽກງານກໍ່ສ້າງ, ບໍາລຸງ ແລະເພີ່ມເຕີມຄວາມຮູ້ໃຫ້ແກ່ພະນັກງານແມ່ນສໍາຄັນທີ່ສຸດ ແລະຂາດບໍ່ໄດ້. ທ່ານ ຟ້າມມິງຈິງ ກໍ່ຢືນຢັນວ່າ, ໃນຕະຫຼອດໄລຍະປະຕິວັດ, ພິເສດໃນຊຸມປີມໍ່ໆມານີ້, ບັນດາແຜນນະໂຍບາຍ, ມະຕິຂອງພັກທີ່ກ່ຽວຂ້ອງເຖິງວຽກງານພະນັກງານລ້ວນແຕ່ເນັ້ນໜັກເຖິງຄວາມຈໍາເປັນ ແລະຍົກສູງບົດບາດ, ໜ້າທີ່ຂອງການກໍ່ສ້າງ, ບໍາລຸງ ແລະເພີ່ມເຕີມຄວາມຮູ້ໃຫ້ແກ່ພະນັກງານ, ການນໍາ ແລະຜູ້ຄຸ້ມຄອງທຸກຂັ້ນ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄໍາເຫັນໄຂຊຸດບໍາລຸງ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ຟ້າມມິງຈິງ ກ່າວຄໍາເຫັນທີ່ພິທີໄຂຊຸດບໍາລຸງ. ພາບ:ສໍານັກຂ່າວສານຫວຽດນາມ.

ຕາງໜ້າບັນດານັກສໍາມະນາກອນທີ່ເຂົ້າຮ່ວມຊຸດບໍາລຸງ, ເພີ່ມເຕີມຄວາມຮູ້, ທ່ານ ເຈືອງກວາງເຫງ້ຍ, ກໍາມະການສູນກາງພັກ, ເລຂາພັກນະຄອນດ່ານັ້ງ, ເນັ້ນໜັກວ່າ: ເຖິງວ່າໄລຍະຮໍ່າຮຽນຈະສັ້ນ, ເນື້ອໃນເພີ່ມເຕີມລ້ວນແຕ່ແມ່ນບັນດາບັນຫາໃຫຍ່ກໍ່ຕາມ, ແຕ່ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ກໍາມະການສູນກາງພັກແຕ່ລະທ່ານທີ່ເຂົ້າຮ່ວມຊຸດບໍາລຸງສືບຕໍ່ໄດ້ຮັບການປັບປຸງ, ເພີ່ມເຕີມຄວາມຮູ້ໃໝ່ກ່ຽວກັບທິດສະດີ; ຍົກສູງຄວາມຮັບຮູ້...

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 14 - 18 ສິງຫາ, ນັກສໍາມະນາກອນຈະໄດ້ຮັບຟັງບັນດາການນໍາຫຼັກແຫຼ່ງຂອງພັກ, ລັດ, ບັນດາສະຫາຍກໍາມະການກົມການເມືອງ ແນະນໍາ 9 ຫົວເລື່ອງສະເພາະ.

 

ໂດຍ: ຫງວຽນກຸກ