ທ່ານ ເຈິ່ນດ້າຍກວາງ ຢືນຢັນວ່າ, ວຽກງານພົວພັນຕ່າງປະເທດສືບຕໍ່ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນຢ່າງແທດຈິງ, ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາວຽກງານລວມຂອງປະຊາຄົມສາກົນ, ບັນດາເວທີປາໄສ, ອົງການຈັດຕັ້ງ ຢູ່ພາກພື້ນ ແລະໃນສາກົນ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ຜ່ານນັ້ນ, ຫວຽດນາມໄດ້ຍາດແຍ່ງເອົາບັນດາແຫຼ່ງກໍາລັງຈາກພາຍນອກເພື່ອຮັບໃຊ້ພາລະກິດຫັນເປັນປະເທດອຸດສາຫະກຳ ແລະທັນສະໄໝ, ປົກປັກຮັກສາເອກະລາດ, ອໍານາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ຄວາມສະດວກເພື່ອພັດທະນາ, ຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ພົບປະສ້າງສັນກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ຂະແໜງການທູດຄວນເປັນເຈົ້າການ, ຕັ້ງໜ້າ, ມີຫົວຄິດປະດິດສ້າງກວ່າອີກ, ປະຕິບັດໜ້າທີ່ປົກປັກຮັກສາຜົນປະໂຫຍດຂອງປະເທດ-ຂອງຊາດໃນສະພາບການໃໝ່ຢ່າງມີປະສິດທິຜົນ. ເພື່ອປະຕິບັດບັນດາໜ້າທີ່ສໍາຄັນນັ້ນ, ທ່ານ ເຈິ່ນດ້າຍກວາງ ສະເໜີບັນດາຫົວໜ້າອົງການຕາງໜ້າຍົກສູງກໍາລັງຄວາມສາມາດຄົ້ນຄວ້າ, ຄາດຄະເນຍຸດທະສາດ, ກໍາແໜ້ນ, ແກ້ໄຂຂໍ້ມູນຂ່າວສານ, ຮັບເອົາບົດຮຽນຢ່າງມີການຄັດເລືອກ, ມີບັນດາຜະລິດຕະພັນຄົ້ນຄວ້າ, ຄາດຄະເນຄຸນນະພາບສູງ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການເປັນເສນາທິການໄດ້ດີຢ່າງບໍ່ຢຸດຢັ້ງ; ເປັນເຈົ້າການຍົກອອກບັນດາຂໍ້ລິເລີ່ມໃນບັນດາເວທີປາໄສຫຼາຍຝ່າຍ, ພາກພື້ນ ແລະສາກົນ, ສະແດງໃຫ້ເຫັນຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະຖານະບົດບາດຂອງຫວຽດນາມ.

 

ໂດຍ: ເຈິ່ນຮວ່ຽນ