ທີ່ການຕ້ອນຮັບ, ທ່ານ ຮວ່າງບິ່ງກວນ ຕີລາຄາສູງການເຄື່ອນໄຫວພົບປະມິດຕະພາບລະຫວ່າງຊາວໜຸ່ມຫວຽດນາມ - ຈີນ ຄັ້ງທີ 18,  ຖືນີ້ແມ່ນການເຄື່ອນໄຫວສໍາຄັນ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຊາວໜຸ່ມສອງປະເທດເວົ້າສະເພາະ ແລະປະຊາຊົນສອງປະເທດເວົ້າລວມ. ທ່ານ ຮວ່າງບິ່ງກວນ ຢືນຢັນວ່າ, ການພົວພັນລະຫວ່າງສອງປະເທດແມ່ນຊັບສົມບັດອັນລໍ້າຄ່າໂດຍປະທານ ໂຮ່ຈິມິນ ແລະປະທານ ເໝົາເຈີຕຸງ ພ້ອມກັບການນໍາຮຸ່ນຕ່າງໆ ແລະປະຊາຊົນຂອງສອງປະເທດໄດ້ທຸ່ມເທເຫື່ອແຮງເພີ່ມພູນຄູນສ້າງ; ທ່ານກໍ່ປາດຖະໜາວ່າສູນກາງຊາວໜຸ່ມສອງປະເທດຈະເພີ່ມທະວີການຮ່ວມມືຕາມລວງເລິກ, ເພີ່ມທະວີການສຶກສາດ້ານອຸດົມຄະຕິໃຫ້ຊາວໜຸ່ມ, ຊຸກຍູ້ການຊອກຮູ້, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍບົດບາດ ແລະການເຂົ້າຮ່ວມຂອງຊາວໜຸ່ມໃນບັນດາຂົງເຂດໃໝ່ຄືການປະຕິວັດອຸດສາຫະກໍາ 4.0 ແລະການຕ້ານ “ການປະຕິວັດສີ”.

leftcenterrightdel
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຮວ່າງບິ່ງກວນ ຕ້ອນຮັບທ່ານ Fu Zhenbang.  ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ Fu Zhenbang ໃຫ້ຮູ້ວ່າ, ຄະນະການນໍາສູນກາງຊາວໜຸ່ມອາຍຸການໃໝ່ໄດ້ຊາບຊຶມຈິດໃຈ ແລະເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ຢ່າງເລິກເຊິ່ງ, ສູ້ຊົນປະຕິບັດບົດບາດແມ່ນແຫຼ່ງກຳລັງວັງຊາຂອງພັກເປັນຢ່າງດີ, ຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງໃນນັ້ນມີບັນດາການເຄື່ອນໄຫວສຶກສາດ້ານອຸດົມຄະຕິໃຫ້ແກ່ເຍົາວະຊົນ, ເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີຫວຽດນາມ.

 

ໂດຍ: ຫງວຽນກຸກ