ທີ່ການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາໂຄງການຮ່ວມມືໄລຍະປີ 2018-2020 ດ້ວຍຄວາມປາດຖະໜາຢາກສືບຕໍ່ປັບປຸງ, ຊຸກຍູ້ການພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະການຮ່ວມມືລະຫວ່າງສອງອົງການຈັດຕັ້ງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຜ່ານບັນດາໂຄງການເພື່ອຜົນປະໂຫຍດລວມຂອງສອງຝ່າຍ.

leftcenterrightdel
ທ່ານ ເຮົ່າອາເລັ່ງ ແລະທ່ານ Desmond Tann. ພາບ: tapchimattran.vn.

ຕາມນັ້ນແລ້ວ, ສອງຝ່າຍເຫັນດີເປັນເອກະພາບແລກປ່ຽນບົດຮຽນກ່ຽວກັບການເຊື່ອມຕໍ່ ແລະສ້າງປະຊາຄົມ, ປະຕິບັດການຄຸ້ມຄອງດ້ວຍຕົນເອງ, ສາມັກຄີ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ຂົນຂວາຍປະຊາຊົນເຂົ້າຮ່ວມການຄຸ້ມຄອງສັງຄົມ...

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາໂຄງການຮ່ວມມືໄລຍະ 2018-2020. ພາບ: tapchimattran.vn.

ໃນໄລຍະ 2018-2020, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະສະຫະສະມາຄົມປະຊາຊົນສິງກະໂປ ກໍ່ຮ່ວມມືກັນໜູນຊ່ວຍໃນຂົງເຂດບໍາລຸງສ້າງທັກສະກ່ຽວກັບການເຊື່ອມຕໍ່, ການສ້າງປະຊາຄົມໃຫ້ແກ່ຖັນແຖວພາລະກອນ; ຊອກຮູ້ກ່ຽວກັບວັດທະນະທໍາ, ປະເທດຊາດ ແລະປະຊາຊົນຂອງແຕ່ລະປະເທດຜ່ານບັນດາງານບຸນ, ວັນບຸນຕ່າງໆ... ເພື່ອແນໃສ່ໂຄສະນາຄຸນຄ່າທາງປະຫວັດສາດ, ວັດທະນະທໍາ, ມູນເຊື້ອອັນດີງາມຂອງຫວຽດນາມ - ສິງກະໂປ ເຖິງປະຊາຊົນສອງປະເທດ.

ໂດຍ: ຫງວຽນກຸກ