ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ”. ກອງປະຊຸມການທູດຄັ້ງທີ 30 ໄດ້ດໍາເນີນໃນສະພາບນັບແຕ່ພາຍຫຼັງກອງປະຊຸມການທູດຄັ້ງທີ 29 ມາຮອດປະຈຸບັນ. ກະຊວງການຕ່າງປະເທດໄດ້ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຢ່າງຖືກຕ້ອງຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງຄົບຊຸດ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ເດັດດຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕຜືນແຜ່ນດິນ; ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄວ້ຢ່າງໝັ້ນຄົງ, ຍົກສູງຖານະບົດບາດຂອງປະເທດຊາດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ຈ້ອງຫ໊າຍ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມການທູດ ຄັ້ງທີ 30. ພາບ: ຈ້ອງຫ໊າຍ.

ຕາມທ່ານ ຟ້າມບີ່ງມີງ ແລ້ວ, ດ້ວຍເປົ້າໝາຍຮັບປະກັນຜົນປະໂຫຍດສູງສຸດຂອງປະເທດ-ຂອງຊາດ, ຫວຽດນາມ ໄດ້ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ, ປະຕິບັດສໍາເລັດບັນດາໜ້າທີ່ສໍາຄັນກ່ຽວກັບການພົວພັນຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ວາງອອກ, ພິເສດແມ່ນສອງໝວດໜ້າທີ່ໃຫຍ່ເຊິ່ງທ່ານເລຂາທິການໃຫຍ່ ໄດ້ຊີ້ນໍາຢູ່ກອງປະຊຸມການທູດ ຄັ້ງທີ 29. ນັ້ນແມ່ນຍາດແຍ່ງເອົາກໍາລັງຈາກພາຍນອກຢ່າງສຸດຂີດເພື່ອພັດທະນາປະເທດຊາດ ແລະປະກອບສ່ວນປົກປັກຮັກສາເອກະລາດອໍານາດອະທິປະໄຕ, ຜືນແຜ່ນດິນ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ.

 

ໂດຍ: ເຈິ່ນຮວ່ຽນ