ກອງປະຊຸມສຸມໃສ່ເຂົ້າໃນບັນດາຈຸດສຸມໃຫຍ່ຄື: ຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກ່ຽວກັບການພົວພັນຕ່າງປະເທດໃນສອງປີຜ່ານມາ, ຊອກຫາມາດຕະການປະຕິບັດມະຕິໃນຊຸມປີຕໍ່ໜ້າຢ່າງມີໄຊ ແລະກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

leftcenterrightdel
ການໂອ້ລົມສົນທະນາລະຫວ່າງບັນດາຫົວໜ້າອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ແລະວິສາຫະກິດຫວຽດນາມ, ໃນຂອບເຂດກອງປະຊຸມການທູດຄັ້ງທີ 30. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມການທູດຄັັ້ງທີ 30 ກຳນົດກາລະໂອກາດເພື່ອກໍາແໜ້ນ ແລະສິ່ງທ້າທາຍຕ້ອງຜ່ານຜ່າ, ເພື່ອສາມາດຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງພັກ, ລັດ ຢ່າງເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະມີປະສິດທິຜົນ, ສືບຕໍ່ວາງອອກບັນດາມາດຕະການເພື່ອເຊື່ອມໂຍງຢ່າງມີປະສິດທິຜົນ, ຍົກສູງຖານະບົດບາດຂອງຫວຽດນາມຢູ່ພາກພື້ນ ແລະໃນເວທີສາກົນ.

ພ້ອມກັນນັ້ນ, ການເຄື່ອນໄຫວທາງການທູດຮັບໃຊ້ການພັດທະນາ, ພິເສດແມ່ນການພັດທະນາເສດຖະກິດສືບຕໍ່ໄດ້ຮັບການຍູ້ແຮງ. ດ້ວຍຈິດໃຈປ່ຽນແປງໃໝ່, ກອງປະຊຸມການທູດຄັ້ງທີ 30 ຈະແລກປ່ຽນ, ປຶກສາຫາລືຊອກຫາທິດທາງເພື່ອໃຫ້ການທູດປະກອບສ່ວນຮັບໃຊ້ກິດຈະການພັດທະນາປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ.

ໂດຍ: ຮວ່າງເຈື່ອງ