ເຂົ້າຮ່ວມມີທ່ານ ຮວ່າງຈູງຫາຍ, ກໍາມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ; ທ່ານ ຟານດີ່ງຈາກ, ເລຂາທິການສູນ ກາງພັກ, ຫົວໜ້າຄະນະການເມືອງພາຍໃນສູນກາງ.

leftcenterrightdel
ທ່ານ ຮວ່າງຈູງຫາຍ ປະດັບຫຼຽນໄຊແຮງງານ ຊັ້ນ III ໃສ່ທຸງມູນເຊື້ອຂອງຄະນະການເມືອງພາຍໃນຄະນະພັກນະຄອນ ຮ່າໂນ້ຍ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ຮວ່າງຈູງຫາຍ ຢືນຢັນວ່າ, ບັນດາໝາກຜົນຈາກວຽກງານການເມືອງພາຍໃນ, ການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ; ການປະຕິບັດມາດຕະການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ແລະການເຄື່ອນໄຫວຂອງຄະນະການເມືອງພາຍໃນຄະນະພັກນະຄອນຮ່າໂນ້ຍ ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດສ້າງສາ, ພັດທະນາ ນະຄອນຫຼວງ, ກໍ່ສ້າງພັກ, ລະບົບການເມືອງນະຄອນ. ໃນໄລຍະຈະມາເຖິງ, ທ່ານ ຮວ່າງຈູງຫາຍ ສະເໜີຄະນະການເມືອງພາຍໃນຄະນະພັກນະຄອນຮ່າໂນ້ຍ ຄວນສຸມໃສ່ປະຕິບັດວຽກງານຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ; ປະຕິບັດມາດຕະການປະຢັດມັດທະຍັດ, ຕ້ານການຟຸມເຟືອຍຢູ່ຂັ້ນທ້ອງຖິ່ນ, ຮາກຖານຢ່າງມີປະສິດທິຜົນກວ່າອີກ. ຄວນຊີ້ອອກບັນດາຂົງເຂດ, ບັນດາຂອດວຽກງານ, ບັນດາບໍລິເວນທີ່ມີການສໍ້ລາດບັງຫຼວງເພື່ອສ້າງບັນດາຫົວເລື່ອງສະເພາະ, ແຜນການສະກັດກັ້ນການກະທໍາສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

 

ໂດຍ: ເຈິ່ນຮວ່ຽນ