ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ: “ຫວຽດນາມ ມີພື້ນຖານດ້ານນິຕິກໍາ ແລະຫຼັກຖານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນອຳນາດອະທິປະໄຕຂອງ ຫວຽດນາມ ສໍາລັບໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ບັນດາການເຄື່ອນໄຫວດັ່ງກ່າວຂອງ ຈີນ ບໍ່ພຽງລະເມີດອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ຮວ່າງຊາ ແລະເຈື່ອງຊາຢ່າງຮ້າຍແຮງເທົ່ານັ້ນ, ຫາກຍັງໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາບົນທະເລລະຫວ່າງ ສສ ຫວຽດນາມ ແລະສປ ຈີນ ອີກດ້ວຍ, ບໍ່ສອດຄ່ອງກັບຄວາມຮັບຮູ້ລວມທີ່ສໍາຄັນຂອງການນໍາຂັ້ນສູງສອງປະເທດກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນບົນທະເລກໍ່ຄືທ່າອ່ຽງພັດທະນາອັນດີງາມຂອງສາຍພົວພັນສອງປະເທດ, ຝືນກັບຈິດໃຈ ແລະເນື້ອໃນຂອງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ທີ່ບໍ່ມີຜົນປະໂຫຍດໃຫ້ວິວັດທະນາການເຈລະຈາລະຫວ່າງອາຊຽນ ແລະຈີນ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ກໍ່ຄືການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ທະເລຕາເວັນອອກ ແລະພາກພື້ນ.

leftcenterrightdel
ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: PV.

ຫວຽດນາມ ເດັດດຽວຄັດຄ້ານ, ຮຽກຮ້ອງ ຈີນ ຢຸດຕິບັນດາການເຄື່ອນໄຫວດັ່ງກ່າວໂດຍທັນທີ, ເຄົາລົບອຳນາດອະທິປະໄຕຂອງ ຫວຽດນາມ ສໍາລັບໝູ່ເກາະ ຮວ່າງຊາ ແລະເຈື່ອງຂາ, ປະຕິບັດຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາບົນທະເລລະຫວ່າງ ສສ ຫວຽດນາມ ແລະສປ ຈີນ ກໍ່ຄື DOC ຢ່າງເຂັ້ມງວດ, ບໍ່ມີການກະທໍາເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນຢ່າງແທດຈິງ ແລະຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະຈີນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືບົນທະເລຕາເວັນອອກ ແລະພາກພື້ນ.

ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ພົບປະກັບຜູ້ຕາງໜ້າສະຖານທູດຈີນ ປະຈໍາ ຫວຽດນາມ ເພື່ອໂອ້ລົມກ່ຽວກັບບັນຫານີ້.

 

ໂດຍ: ໄຊນີດາ