ທີ່ການພົບປະ, ທ່ານ ເຈິ່ນດ້າຍກວາງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຮັບຟັງການລາຍງານກ່ຽວກັບບັນດາຜົນງານທີ່ບັນລຸໄດ້ຂອງພວກນ້ອງໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ແລະໃນວຽກງານກອງເຍົາວະຊົນ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະການນໍາສູນກາງຊາວໜຸ່ມ ແລະບັນດາຜູ້ແທນແມ່ນຜູ້ບັນຊາກອງເຍົາວະຊົນທີ່ເກັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດຊີ້ແຈ້ງວ່າ: ໃນການເບິ່ງແຍງດູແລ, ການສຶກສາ ແລະການປົກປັກຮັກສາເດັກແມ່ນບັນຫາທີ່ມີລັກສະນະຍຸດທະສາດ, ປະກອບສ່ວນສໍາຄັນໃນການກະກຽມ ແລະຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ພາລະກິດຫັນເປັນອຸດສາຫະກຳ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນຂອງປະເທດ. ການລົງທຶນໃຫ້ເດັກນ້ອຍແມ່ນການລົງທຶນໃຫ້ອະນາຄົດຂອງປະເທດ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ກັບການນໍາສູນກາງຊາວໜຸ່ມ, ພະນັກງານຮັບຜິດຊອບວຽກງານເຍົາວະຊົນ ແລະບັນດາຜູ້ແທນແມ່ນຜູ້ບັນຊາການກອງເຍົາວະຊົນທີ່ເກັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດປາດຖະໜາວ່າພວກນ້ອງເຍົາວະຊົນ, ອະນຸຊົນຈະເສີມຂະຫຍາຍມູນເຊື້ອຂອງຮຸ້ນພໍ່ຮຸ້ນອ້າຍ, ປະຕິບັດຄໍາສັ່ງສອນ 5 ຄໍາຂອງລຸງໂຮ່ ເປັນຢ່າງດີ, ສະແດງນໍ້າໃຈຮັກບ້ານເກີດເມືອງນອນ, ປະເທດຊາດດ້ວຍບັນດາວຽກງານທີ່ລະອຽດ, ແທດຈິງ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບຂອງຂວັນໃຫ້ບັນດາຜູ້ບັນຊາການກອງເຍົາວະຊົນທີ່ເກັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດສະເໜີ, ຄະນະພັກ, ອໍານາດການປົກຄອງທຸກຂັ້ນເພີ່ມທະວີການຊີ້ນໍາ, ນໍາພາວຽກງານປົກປັກຮັກສາ, ເບິ່ງແຍງດູແລ, ສຶກສາໃຫ້ເດັກ; ຕັ້ງໜ້າໂຄສະນາ, ສຶກສານະໂຍບາຍ, ກົດໝາຍວ່າດ້ວຍເດັກນ້ອຍ; ເອົາໃຈໃສ່ລົງທຶນດ້ານພື້ນຖານວັດຖຸ, ໂຮງຮຽນ, ຫ້ອງຮຽນ, ສະຖານທີ່ລະຫຼີ້ນ, ສ້າງເງື່ອນໄຂເພື່ອໃຫ້ເດັກໄດ້ຮັບການລະຫຼີ້ນ, ຮໍ່າຮຽນ, ບັນເທິງ, ພັດທະນາຢ່າງຮອບດ້ານ.

ທີ່ການພົບປະ, ທ່ານປະທານປະເທດໄດ້ຮັບຮູ້ບັນດາຄໍາຄິດເຫັນ, ຄວາມມຸ່ງມາດປາຖະໜາອັນຊອບທຳຂອງບັນດາຜູ້ແທນບັນຊາກອງເຍົາວະຊົນທີ່ເກັ່ງ ແລະສະເໜີບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນຮັບເອົາຢ່າງຄົບຖ້ວນ ແລະແກ້ໄຂບັນດາຂໍ້ສະເໜີຂອງພວກນ້ອງ.

 

ແປໂດຍ: ເກື່ອງດັ້ງ