ທ່ານ ເຈິ່ນດ້າຍກວາງ ຊີ້ແຈ້ງວ່າ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຮັບໜ້າທີ່ໃໝ່ໃນສະພາບທີ່ປະເທດຫວຽດນາມ ພວມຢູ່ໃນຈຸດເວລາສຳຄັນຂອງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 2011-2020.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ມອບຂໍ້ຕົກລົງແຕ່ງຕັ້ງໃຫ້ເອກອັກຄະລັດຖະທູດຫວຽດນາມ 16 ຄົນໄປປະຈໍາຢູ່ 16 ປະເທດ, ອາຍຸການ 2018-2021. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ໄດ້ມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຄວນສຸມໃສ່ປະຕິບັດວຽກງານກຳແໜ້ນ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການ, ເປັນເຈົ້າການເປັນເສນາທິການ, ສະເໜີຕໍ່ພັກ, ລັດມີບັນດາແຜນນະໂຍບາຍ, ວິທີການແກ້ໄຂແນໃສ່ນຳບັນດາການພົວພັນການຕ່າງປະເທດກ້າວເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນສຳລັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືສຳຄັນ, ເພີ່ມທະວີການສະຫຼັບກັນຜົນປະໂຫຍດທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ…, ຮັກສາການພົວພັນກັບບັນດາປະເທດເປັນປົກກະຕິ.

leftcenterrightdel
ທ່ານປະທານປະເທດ ເຈິ່ນດ້າຍກວາງ ພ້ອມກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຢູ່ຕ່າງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ເນັ້ນໜັກວ່າ,  ພໍ່ແມ່ພີ່ນ້ອງ, ພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດໄດ້. ຍ້ອນແນວນັ້ນ, ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ  ແລະປົກປ້ອງພົນລະເມືອງຄວນສືບຕໍ່ແມ່ນໜຶ່ງໃນບັນດາໜ້າທີ່ເປັນປະຈຳ, ສຳຄັນທີ່ສຸດຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ.

ໂດຍ: ເຈິ່ນຮວ່ຽນ