ທ່ານລັດຖະມົນຕີ Abdelkader Messahel ຕີລາຄາສູງຕໍ່ການແບ່ງປັນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບບົດຮຽນພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ພ້ອມທັງເຫັນດີເຫັນພ້ອມກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ຽວກັບການຊຸກຍູ້ການພົບປະແລກປ່ຽນວິສາຫະກິດສອງປະເທດ, ເພີ່ມທະວີບົດບາດຂອງສະພາວິສາຫະກິດ, ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍ.

ທ່ານລັດຖະມົນຕີ Abdelkader Messahel ໃຫ້ຮູ້ວ່າ, ອານເຊຣີ ຍາມໃດກໍ່ສະໜັບສະໜູນຫວຽດນາມ ສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020–2021 ແລະປາດຖະໜາວ່າ ຫວຽດນາມ ຈະສະໜັບສະໜູນ, ຊ່ວຍເຫຼືອ ອານເຊຣີ ກາຍເປັນສະມາຊິກຂອງອົງການການຄ້າໂລກ (WTO).

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານ Abdelkader Messahel ລັດຖະມົນຕີການຕ່າງປະເທດອານເຊຣີ. ພາບ: baochinhphu.vn.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າເພື່ອສົມກັບການພົວພັນດ້ານການເມືອງສອງຝ່າຍ. ຢືນຢັນສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມລະຫວ່າງສອງປະເທດໃນຕະຫຼອດຊຸມປີຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນອັນດີງາມນີ້ໃຫ້ນັບມື້ນັບພັດທະນາ,  ກ້າວເຂົ້າສູ່ລວງເລິກ, ແທດຈິງຢ່າງບໍ່ຢຸດຢັ້ງ. ຫວຽດນາມ ສະໜັບສະໜູນອານເຊຣີ ເຂົ້າຮ່ວມ WTO ແລະພ້ອມແລ້ວທີ່ຈະຈັດສົ່ງພະນັກງານ, ນັກຊ່ຽວຊານເກັ່ງໄປຊ່ວຍອານເຊຣີ ໃນວຽກງານນີ້.

 

ແປໂດຍ: ເຈິ່ນຮວ່ຽນ