ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະຖັນແຖວພະນັກງານການນໍາຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະການຄ້າ - ເຊິ່ງເປັນກະຊວງມີທີ່ຕັ້ງ, ບົດບາດສໍາຄັນແຖວໜ້າໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງ, ຍູ້ແຮງການຫັນເປັນອຸດສາຫະກໍາ ແລະທັນສະໄໝ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄໍາເຫັນທີ່ການເຮັດວຽກກັບຖັນແຖວພະນັກງານຫຼັກແຫຼ່ງກະຊວງອຸດສາຫະກໍາ ແລະການຄ້າ. ພາບ: ຫງວຽນເຕີ໋ນຕວນ.

ທ່ານເລຂາທິການໃຫຍ່ ສະແດງຄວາມປາດຖະໜາວ່າ, ຖັນແຖວພະນັກງານຫຼັກແຫຼ່ງຂອງກະຊວງອຸດສາຫະກໍາ ແລະການຄ້າ ກໍາແໜ້ນທັດສະນະ, ແນວທາງທີ່ມີລັກສະນະຍຸດທະສາດຂອງພັກ, ລັດ ກ່ຽວກັບຂົງເຂດອຸດສາຫະກໍາ ແລະການຄ້າ; ພ້ອມທັງຕິດຕາມກວດກາສະພາບການພາຍໃນປະເທດ ແລະສາກົນຢ່າງໃກ້ຊິດເພື່ອບໍ່ໃຫ້ມີການຜິດພາດກ່ຽວກັບແນວທາງ, ມີຄວາມສະຫຼາດສ່ອງໃສໃນການຊີ້ນໍາ, ນໍາພາ, ບໍ່ໃຫ້ຕົກຢູ່ໃນທ່າຮັບຕໍ່ໜ້າທຸກສະຖານະການ, ມີຄວາມໝັ້ນຄົງທຸ່ນທ່ຽງດ້ານແນວຄິດ, ເຮັດວຽກງານເປັນເສນາທິການໃຫ້ພັກ, ລັດ ເປັນຢ່າງດີ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽໜຟູ໋ຈ້ອງ ແລະບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຫງວຽນເຕີ໋ນຕວນ.

ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ຂະແໜງອຸດສາຫະກໍາ ແລະການຄ້າ ຍາມໃດກໍ່ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານໃຫ້ສົມກັບໜ້າທີ່, ໂດຍສະເພາະແມ່ນພະນັກງານນໍາພາ, ຄຸ້ມຄອງທຸກຂັ້ນ; ມີກົນໄກ, ນະໂຍບາຍສອດຄ່ອງເພື່ອຄົ້ນພົບ, ບໍາລຸງສ້າງ, ນໍາໃຊ້ຜູ້ເກັ່ງກ້າສາມາດ. ເດັດດ່ຽວຕໍ່ສູ້ປັດເຂ່ຍຜູ້ສໍ້ລາດບັງຫຼວງ, ເສື່ອມເສຍ; ຕ້ານທຸກປະກົດການແລ່ນຕໍາແໜ່ງ, ແລ່ນອໍານາດ. ເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານ, ຍົກສູງສະຕິຄວາມຮັບຜິດຊອບ, ນໍ້າໃຈຮັບໃຊ້ປະຊາຊົນຂອງພະນັກງານ, ລັດຖະກອນ ແລະພາລະກອນ.

ແປໂດຍ: ຮວ່າງເຈື່ອງ