ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຟ໋ອງ ຢັ້ງຢືນວ່າ, ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະຕີລາຄາສູງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນ ທີ່ພວມໄດ້ຮັບການພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງ; ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ; ຕີລາຄາສູງການຢ້ຽມຢາມຂອງຄະນະດ້ວຍສະມາຊິກແມ່ນບັນດາແມ່ຍິງທີ່ດີເດັ່ນ, ມີປະສົບການໃນການເຄື່ອນໄຫວດ້ານການເມືອງ, ການເຄື່ອນໄຫວລັດຖະສະພາ. ທ່ານນາງ ຕ່ອງທິຟ໋ອງ ຖືວ່າການເຄື່ອນໄຫວພົບປະແລກປ່ຽນຄະນະກັບບັນດາສະມາຊິກລັດຖະສະພາຍີ່ປຸ່ນ ຍິງແມ່ນເນື້ອໃນໃໝ່ໃນການຮ່ວມມືລະຫວ່າງສອງປະເທດ; ສະແດງຄວາມປາດຖະໜາວ່າບັນດາການເຄື່ອນໄຫວນີ້ຈະໄດ້ຮັບການຮັກສາເປັນປະຈໍາ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ຈຽນຖັ໋ງ.

ສ່ວນທ່ານນາງ Tsuchiya Shinako ສະແດງຄວາມນິຍົມຕໍ່ການເຂົ້າຮ່ວມຢ່າງແຮງຂອງແມ່ຍິງຫວຽດນາມ ໃນຂົງເຂດການເມືອງ ແລະເສດຖະກິດດ້ວຍນັກການເມືອງຍິງ ແລະນັກທຸລະກິດຍິງທີ່ມີຄວາມເກັ່ງກ້າສາມາດ; ຂະຫຍັນຂັນເຄື່ອນຫຼາຍຄົນ; ພ້ອມທັງເນັ້ນໜັກວ່າ ຍີ່ປຸ່ນ ປາດຖະໜາຢາກແລກປ່ຽນບົດຮຽນກັບຫວຽດນາມ ເພື່ອຍົກສູງອັດຕາສ່ວນສະມາຊິກລັດຖະສະພາຍິງ.

ແປໂດຍ: ຫງວຽນກຸກ