leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ຢືນຢັນວ່າ ອາເມລິກາຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບຫວຽດນາມ ກວ່າອີກ, ຈະສືບຕໍ່ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນພາກພື້ນ ອິນເດຍ-ປາຊີຟິກ; ສະໜັບສະໜູນຄວາມເສລີໃນການເດີນທະເລ, ແກ້ໄຂບັນດາຂໍ້ຂັດແຍ່ງ ແລະຄວາມບໍ່ລົງລອຍກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ; ສືບຕໍ່ຊຸກຍູ້ຢ່າງຕັ້ງໜ້າວິວັດທະນາການປອດນິວເຄຼຍຢູ່ແຫຼມເກົາຫຼີບົນພື້ນຖານບັນດາຂໍ້ຕົກລົງຂັ້ນສູງຜ່ານມາ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານ Mike Pompeo ຈະປະກອບສ່ວນຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງ ແລະຍົກສູງການຮ່ວມມືໃນບັນດາຂົງເຂດ, ເພີ່ມທະວີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ສົງຄາມ ຢ່າງມີປະສິດທິຜົນ...

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຫວຽດນາມ ຖືເປັນສໍາຄັນການພົວພັນກັບອາເມລິກາ, ເຊື່ອໝັ້ນວ່າ ການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ຈະສືບຕໍ່ພັດທະນາໃຫ້ນັບມື້ນັບດີງາມໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.

 

ແປໂດຍ: ກວຽດເຕິມ