ທີ່ການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຢື້ຢາມຖາມຂ່າວສະພາບການຂອງບັນດາຄອບຄົວ ແລະສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາແມ່ຫວຽດນາມວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະບັນດາຄອບຄົວນະໂຍບາຍທີ່ມີຄຸນງາມຄວາມດີໃນການພາລະກິດຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ພ້ອມທັງຢືນຢັນວ່າ, ປະເທດຊາດ ແລະປະຊາຊົນ ຍາມໃດກໍ່ຈົດຈໍາ, ຮູ້ບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະທະຫານເຈັບປ່ວຍ, ພ້ອມທັງປາຖະໜາວ່າບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນທົ່ວປະເທດລ້ວນແຕ່ມີການດໍາລົງຊີວິດທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ລົງຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະ ຟ້າມວັນເຢີ໋ຍ ຢູ່ບ້ານ ຖ້ວນຮວ່າ, ນະຄອນ ເຫວ້. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ອວຍພອນບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະຄອບຄົວນະໂຍບາຍຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ສັ່ງສອນລູກຫຼານປະຕິບັດຕາມແບບຢ່າງທີ່ດີ, ຕັ້ງໜ້າເຮັດວຽກ, ຮໍ່າຮຽນ, ປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ.

ແປໂດຍ: ກວຽດເຕິມ